ວິທະຍາຄານກົມມະດໍາປະກາດເລື່ອນຊັ້ນ – ສັບຊ້ອນໜ້າທີ່ໃໝ່

75

ວິທະຍາຄານກົມມະດໍາ ໄດ້ປະກາດສັບຊ້ອນມອບໝາຍໜ້າທີ່ໃຫ້ພະນັກງານ – ນັກຮົບ ແລະ ປະກາດເລື່ອນຊັ້ນໃຫ້ນາຍສິບ ຂຶ້ນໃນວັນທີ 8 ກັນຍາ 2020 ເປັນປະທານຂອງ ທ່ານ ພັນເອກ ຄໍາແອ້ວ ໜຳທະພັນ ຮອງອໍານວຍການ ຫົວໜ້າຫ້ອງພະລາທິການວິທະຍາຄານກົມມະດໍາ.

ສະຫາຍ ພັນໂທ ອໍາພອນ ສີໂສພົດ ຫົວໜ້າພະແນກພະນັກງານວິທະຍາຄານກົມມະດໍາ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກນໍ້າມັນເຊື້ອໄຟ ຂອງວິທະຍາຄານກົມມະດໍາ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີ II ໝວດ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ ແລະ ຜ່ານຂໍ້ຕົກລົງຂອງອໍານວຍການວິທະຍາຄານກົມມະດໍາ ວ່າດ້ວຍການສັບຊ້ອນພະນັກງານອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໝວດທີ IV ມາດຕາ 21 ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ ຈໍານວນ 20 ສະຫາຍ.

ສະຫາຍ ພັນໂທ ຄໍາມິ່ງ ສີປະເສີດ ຫົວໜ້າພະແນກກໍາລັງພົນວິທະຍາຄານກົມມະດໍາ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງອໍານວຍການວິທະຍາຄານກົມມະດໍາ ວ່າດ້ວຍການສັບຊ້ອນມອບໝາຍໜ້າທີ່ໃຫ້ນາຍສິບ ອີງຕາມຂໍ້ກໍານົດກົດລະບຽບຂອງນາຍສິບ ແລະ ພົນທະຫານໃນກອງທັບປະຊາຊົນລາວ ( ສະບັບປັບປຸງ ) ສະບັບເລກທີ 1681/ກປທ ລົງວັນທີ 12/05/2016 ສັບຊ້ອນມອບໝາຍໜ້າທີ່ໃຫ້ນາຍສິບ ຈໍານວນ 17 ສະຫາຍ ແລະ ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອະນຸມັດເລື່ອນຊັ້ນນາຍສິບ ຈໍານວນ 10 ສະຫາຍ.

ໃນໂອກາດນີ້, ທ່ານ ພັນເອກ ຄໍາແອ້ວ ໜຳທະພັນ ຮອງອໍານວຍການ ຫົວໜ້າຫ້ອງພະລາທິການວິທະຍາຄານກົມມະດໍາ ໄດ້ໂອ້ລົມເນັ້ນໜັກຫຼາຍບັນຫາສໍາຄັນຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໄປຮັບໜ້າທີ່ໃໝ່ ແລະ ຜູ້ທີ່ໄດ້ຮັບຊັ້ນໃໝ່ ຈົ່ງຍົກສູງ ຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຖືເອົາວຽກງານສຶກສາອົບຮົມ – ການເມືອງ – ນໍາພາແນວຄິດເປັນບັນຫາສໍາຄັນໃຫ້ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄຸນທາດການເມືອງໜັກແໜ້ນ ເພື່ອພ້ອມກັນຈັດຕັ້ງນໍາພາປັບປຸງກອງທັບເຮົາໃຫ້ເຂົ້າສູ່ລະບຽບແບບແຜນທັນສະໄໝຂຶ້ນເທື່ອລະກ້າວ.