ລົງນາມຮ່ວມມືນຳໃຊ້ການບໍລິການດາຕ້າເຊັນເຕີ ຮອງຮັບລະບົບຂໍ້ມູນຂ່າວສານສິນເຊື່ອ

10 Sep 2020

ຄລິກແຊຣ໌ 0 Facebook WhatsApp

ກົມເຕັກໂນໂລຊີດິຈິຕອນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ລົງນາມຮ່ວມມືນໍາໃຊ້ການບໍລິການສູນຂໍ້ມູນດິຈິຕອນ ( Data Center ) ກັບ ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອ ແຫ່ງ ສປປ ລາວ ( ຂສລ ) ເພື່ອສ້າງເງື່ອນໄຂໃຫ້ທັງສອງ ຝ່າຍໄດ້ຮ່ວມມືກັນດຳເນີນ ການຄົ້ນຄວ້າ – ພັດທະນາລະບົບພື້ນຖານໂຄງລ່າງ ( IT Infrastucture ), ລະບົບ Private Cloud ແລະ Digital Platform.

ທ່ານ ນາງ ສິລິລັກ ໄຊຍະບຸນຊູ ຮອງຫົວໜ້າກົມເຕັກໂນໂລຊີດິຈິຕອນ ກ່າວວ່າ: ສູນຂໍ້ມູນດິຈິຕອນມີພາລະບົດບາດໃນການຄົ້ນຄວ້າ, ພັດທະນາ ແລະ ໃຫ້ບໍລິການລະບົບພື້ນຖານໂຄງລ່າງດິຈິຕອນ ( Digital Infrastructure ); ບໍລິການຮັບຝາກຂໍ້ມູນ; ລະບົບຊ໊ອຟແວຣ໌; ແອັບພລິເຄຊັນ; ເວັບໄຊ; ລະບົບອີເມວ ແລະ ອື່ນໆ ເຊິ່ງປັດຈຸບັນແມ່ນໄດ້ສຸມໃສ່ການໃຫ້ບໍລິການສູນຂໍ້ມູນ ( Data Center ) ທີ່ມີ ຄວາມທັນສະໄໝ, ປອດໄພສູງ ເພື່ອຮອງຮັບການຕອບສະໜອງຕາມຄວາມຕ້ອງການ ແລະ ເງື່ອນໄຂຂອງຜູ້ຊົມໃຊ້ໃນທົ່ວສັງຄົມ.

ນາງ ວິນຄຳ ລຸນທອນ ຜູ້ອຳນວຍການໃຫຍ່ ຂສລ ກ່າວວ່າ: ຂສລ ສ້າງຕັ້ງຂຶ້ນທ້າຍປີ2019 ໂດຍການລົງທຶນຂອງທະນາຄານ ແຫ່ງ ສປປ ລາວ 100% ເພື່ອຍົກສູງພາລະບົດບາດການເຄື່ອນໄຫວຂອງວຽກງານຂໍ້ມູນຂ່າວສານສິນເຊື່ອໃຫ້ພົ້ນເດັ່ນ, ເປັນສູນກາງໃນການແລກປ່ຽນຂໍ້ມູນທີ່ຕິດພັນກັບວຽກງານຂໍ້ມູນຂ່າວສານສິນເຊື່ອ ເພື່ອນຳມາສ້າງເປັນຜະລິດຕະພັນໃຫ້ໄດ້ຕາມມາດຕະຖານສາກົນທີ່ມີຄວາມຄົບຖ້ວນ, ມີຄຸນນະພາບ, ມີຄວາມທັນສະໄໝ, ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານສິນເຊື່ອ ກ້າວໄປສູ່ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນໃນການກຳນົດນະໂຍບາຍເງິນຕາຂອງພາກລັດ.

ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອ ແຫ່ງ ສປປ ລາວ ປັດຈຸບັນມີສະມາຊິກ ຈຳນວນ 142 ແຫ່ງ. ໃນນີ້, ມີທະນາຄານທຸລະກິດ 43 ແຫ່ງ ແລະ ສະຖາບັນການເງິນຈຸລະພາກ 99 ແຫ່ງ ທີ່ນຳໃຊ້ລະບົບອອນລາຍ ( Online ) ເພື່ອເກັບ ແລະ ສະໜອງຂໍ້ມູນສິນເຊື່ອທຸກປະເພດຂອງສະມາຊິກທີ່ເປັນທະນາຄານ ແລະ ສະຖາບັນການເງິນຈຸລະພາກ.
ພິທີລົງນາມຈັດຂຶ້ນວັນທີ 4 ກັນຍາ 2020 ທີ່ກົມເຕັກໂນໂລຊີດິຈິຕອນ ເປັນການລົງນາມຮ່ວມກັນຂອງ ທ່ານ ນາງ ວິນຄຳ ລຸນທອນ ກັບ ທ່ານ ປະສິດທິເດດ ຫຼວງວິໄລ ຫົວໜ້າສູນຂໍ້ມູນດິຈິຕອນ ກົມເຕັກໂນໂລຊີດິຈິຕອນ ກວຕ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ