ມອບ-ໂອນ ການຄຸ້ມຄອງສູນຈຳກັດບໍລິເວນຫຼັກ 27 ໃຫ້ກົມເສນາຮັກຄຸ້ມຄອງ

215

ຄະນະສະເພາະກິດຂັ້ນນະຄອນຫຼວງວຽງຈັນ ມອບ-ໂອນ ການຄຸ້ມຄອງ ສູນຈຳກັດບໍລິເວນ ຫຼັກ 27 ໃຫ້ກັບ ກົມເສນາຮັກ ກະຊວງປ້ອງກັນປະເທດ ຄຸ້ມຄອງຢ່າງເຕັມສ່ວນ ເພື່ອນໍາໃຊ້ເຂົ້າເປັນບ່ອນກັກກັນຈຳກັດບໍລິເວນຄົນລາວທີ່ເດີນທາງຈາກຕ່າງປະເທດເຂົ້າມາ ສປປ ລາວ.

ພິທີມອບສູນດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 9 ກັນຍາ 2020 ທີ່ຫ້ອງວ່າການສຳນັກງານປົກຄອງນະຄອນຫຼວງວຽງຈັນ ໂດຍການກ່າວມອບຂອງທ່ານ ບຸນທອງ ພົມມະຈັນ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ, ທັງເປັນຮອງຫົວໜ້າຄະນະສະເພາະກິດຂັ້ນນະຄອນຫຼວງວຽງຈັນ ແລະ ກ່າວຮັບໂດຍທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຮອງຫົວໜ້າຄະນະສະເພາະກິດ ຄວບຄຸມ ແລະ ຕ້ານພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ ເຊິ່ງໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ປະທານຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລາໂລກສາຍພັນໃໝ່ COVID-19.

ທ່ານນາງ ດຣ. ນາລີ ຂັນທະລັກ ຫົວໜ້າສູນຫຼັກ 27 ກ່າວວ່າ: ການຮັບແຮງງານລາວ ຄົນລາວຈາກຕ່າງປະເທດເຂົ້າມາກັກກັນຢູ່ສູນ ເລີ່ມແຕ່ວັນທີ 4 ພຶດສະພາ ຫາ ວັນທີ 31 ສິງຫາ 2020 ມີແຮງງານລາວກັບມາແລ້ວກັກກັນຕົວຢູ່ສູນທັງໝົດ ຈຳນວນ 3.528 ຄົນ, ຍິງ 1.860 ຄົນ, ມາຈາກປະເທດໄທ 2.925, ມາຜ່ານດ່ານຂົວມິດຕະພາບລາວ-ໄທ1 ຈຳນວນ 2.708 ຄົນ, ລັກຂ້າມມາເອງບໍ່ຜ່ານດ່ານ 218 ຄົນ, ມາຈາກປະເທດອື່ນໆ 601 ຄົນ. ຄົບກຳນົດກັກກັນ 14 ມື້ ອອກຈາກ ສູນໄປແລ້ວ 3.379 ຄົນ, ເປັນຍິງ 1.773 ຄົນ, ຄົນນະຄອນຫຼວງ 1.027 ຄົນ ເປັນຍິງ 627 ຄົນ, ຄົນຕ່າງແຂວງ 2.352 ຄົນ ເປັນຍິງ 1.146 ຄົນ. ປັດຈຸບັນ ຍັງສືບຕໍ່ກັກກັນຢູ່ສູນ 149 ຄົນ ເປັນຍິງ 86 ຄົນ, ຄົນນະຄອນຫຼວງ 79 ຄົນ ເປັນຫຍິງ 43 ຄົນ ແລະ ຄົນຕ່າງແຂວງ 70 ຄົນ ເປັນຍິງ 43 ຄົນ.