ມື້ດີ 9:09 ໂມງ ຂອງວັນທີ 9 ເດືອນ 9 ນະຄອນຫຼວງວຽງຈັນ ຖືກຮັບເຂົ້າເປັນສະມາຊິກ TPO

264

ຖືວ່າເປັນຂ່າວດີໃນມື້ເລີກງາມຍາມດີ ໃນເວລາ 9:09 ໂມງເຊົ້າ ຂອງວັນທີ 9 ເດືອນກັນຍາ 2020 ເນື່ອງຈາກນະຄອນຫຼວງວຽງຈັນ ໄດ້ຖືກຮັບເຂົ້າເປັນສະມາຊິກ ຂອງອົງການສົ່ງເສີມການທ່ອງທ່ຽວ ສຳລັບບັນດານະຄອນອາຊີ-ປາຊີຟິກ Tourism Promotion Organization for Pacific Cities (TPO) ເປັນນະຄອນອັນດັບທີ 128 ຂອງ 15 ປະເທດສະມາຊິກ.

ພາຍຫຼັງສຳເລັດກອງປະຊຸມວີດີໂອທາງໄກ video conference ກັບອົງການ (TPO) ແລະ ບັນດາປະເທດສະມາຊິກແລ້ວ, ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດພິທີຖະແຫຼງຂ່າວປະກາດ ນະຄອນຫຼວງວຽງຈັນ ເຂົ້າເປັນສະມາຊິກ ຂອງອົງການສົ່ງເສີມການທ່ອງທ່ຽວ ສຳລັບບັນດານະຄອນອາຊີ-ປາຊີຟິກ (TPO) ໂດຍການໃຫ້ຖະແຫຼງຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ, ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ບັນດາແຂກຖືກເຊີນເຂົ້າຮ່ວມ.

ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ກ່າວວ່າ: ວັນທີ 9 ເດືອນ 9 2020 ຖືວ່າເປັນມື້ທີ່ມີຄວາມໝາຍຫຼາຍສໍາລັບນະຄອນຫຼວງວຽງຈັນ, ເຊິ່ງພໍດີກັບວັນ 460 ປີ ການເປັນນະຄອນຫຼວງ ແລະ ນະຄອນຫຼວງວຽງຈັນ ກໍ່ຖືກຮັບເຂົ້າເປັນອັນດັບທີ 128 ຂອງ 15 ປະເທດສະມາຊິກ ອົງການສົ່ງເສີມການທ່ອງທ່ຽວ ສຳລັບບັນດານະຄອນອາຊີ-ປາຊີຟິກ (TPO).

ສຳລັບຄວາມຄາດຫວັງພາຍຫຼັງເຂົ້າຮ່ວມເປັນສະມາຊິກ ອົງການສົ່ງເສີມການທ່ອງທ່ຽວ ສຳລັບບັນດານະຄອນອາຊີ-ປາຊີຟິກ (TPO) ເຊັ່ນ: 1. ເຮັດໃຫ້ວຽກງານການທ່ອງທ່ຽວໃນ ນວ ມີການຂະຫຍາຍຕົວໄວກວ່າເກົ່າ; 2. ຄາດຫວັງວ່າອຸດສາຫະກຳທ່ອງທ່ຽວຢູ່ໃນ ນວ ຈະຖືກກໍ່ຮ່າງສ້າງຕົວ ແລະ ມີຕ່ອງໂສ້ກັບບັນດານະຄອນທີ່ເປັນສະມາຊິກ; 3. ມີມິດນະຄອນຮ່ວມມື ຈາກຜ່ານມາມີແຕ່ນະຄອນ ຝຣັ່ງໂກໂຟນີ ແລະ ອື່ນໆ ລວມ 68 ນະຄອນ ຫາກມາບວກ 127 ນະຄອນທີ່ເປັນສະມາຊິກກໍ່ຈະມີພັນທະມິດຫຼາຍ ອັນຈະເຮັດໃຫ້ເຮົາໄດ້ແລກປ່ຽນບົດຮຽນປະສົບການ, ການເຝິກອົບໃຫ້ຜູ້ທີ່ເຮັດວຽກງານຂະແໜງທ່ອງທ່ຽວ ເປັນຕົ້ນຜູ້ທີ່ເປັນພະນັກງານນຳທ່ຽວ ແລະ ຈະໄດ້ຮັບການສະໜັບສະໜູນທຶນຮອນຈາກ ອົງການດັ່ງກ່າວ; 4. ຄວນສ້າງແຜນຮອງຮັບການທ່ອງທ່ຽວໃນຕໍ່ໜ້າ ໃຫ້ສອດຄ່ອງກັບ New Normal.

ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວວ່າ: ການທີ່ອົງການສົ່ງເສີມການທ່ອງທ່ຽວ ສຳລັບບັນດານະຄອນອາຊີ-ປາຊີຟິກ (TPO) ຮັບເອົານະຄອນວຽງຈັນເຂົ້າເປັນສະມາຊິກໃນມື້ນີ້ແມ່ນມີຄວາມສຳຄັນຫຼາຍສຳລັບຊາວລາວທົ່ວປະເທດ ເຊິ່ງສິ່ງດັ່ງກ່າວນີ້ມັນຈະເປັນແຮງດຶງດູດເອົານັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວນະຄອນຫຼວງວຽງຈັນເຮົາໄດ້ຫຼາຍຂຶ້ນ, ເປັນນະຄອນຫຼວງແຫ່ງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ແລະ ເປັນເມືອງເອກຂອງ ສປປ ລາວ. ຜ່ານມາເຮົາກໍ່ມີການໂຄສະນາຫຼາຍນັກທ່ອງທ່ຽວກໍ່ມາທ່ຽວຫຼາຍ ແຕ່ວ່າຍັງບໍ່ຫຼາຍເທົ່າທີ່ຄວນ ດັ່ງນັ້ນການເຂົ້າເປັນສະມາຊິກ ອົງການ (TPO) ນີ້ກໍ່ມີຫຼາຍປະເທດຕິດຕາມການຮັບເອົານະຄອນຫຼວງວຽງຈັນເຂົ້າເປັນສະມາຊິກ, ພວກເຮົາໃນນາມເປັນກະຊວງການຕ່າງປະເທດຜ່ານມາພວກເຮົາກໍ່ໄດ້ສ້າງຫຼາຍເງື່ອນໄຂອຳນວຍຄວາມສະດວກແກ່ນັກທ່ອງທ່ຽວບໍ່ວ່າຈະເປັນການອອກວີຊ່າກັບດ່ານສາກົນໃນຂອບເຂດທົ່ວປະເທດ, ໄດ້ພັດທະນາລະບົບການອອກວີຊ່າອອນລາຍ.

ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ໄດ້ກ່າວບາງຕອນວ່າ: ໃນຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວພວກເຮົາກໍ່ພູມໃຈທີ່ນະຄອນຫຼວງວຽງຈັນຖືກຮັບເປັນສະມາຊິກ (TPO) ຕາງໜ້າໃຫ້ແກ່ຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ດັ່ງນັ້ນຈະຖືເອົາໂອກາດດັ່ງກ່າວນີ້ ເພື່ອສ້າງພື້ນຖານໂຄງລ່າງ ແລະ ສ້າງບຸກຄະລາກອນ, ພ້ອມທັງວຽກງານໂຄສະນາປະຊາສຳພັນກໍ່ຈະຍົກລະດັບສຸມໃສ່ກັນ ເປັນຕົ້ນແມ່ນຄວາມທັນສະໄໝ, ຄວາມສີວິໄລ ແລະ ຍືນຍົງ, ຕົ້ນຕໍແມ່ນຈະໂຄສະນາກ່ຽວກັບການທ່ອງທ່ຽວ ເພື່ອສ້າງສິ່ງຈູງໃຈດຶງດູດເອົານັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວນັບມື້ຫຼາຍຂຶ້ນ.