ສະຫາຍ ພົງສະຫວັນ ສິດທະວົງ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ

240

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ໄຊຍະບູລີຄັ້ງທີ VII ໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມໃນຕອນແລງຂອງວັນທີ 9 ກັນຍາ 2020 ພາຍຫຼັງທີ່ດໍາເນີນມາເປັນເວລາ 2 ວັນເຕັມ ໂດຍການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ ; ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ , ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ;

ມີບັນດາສະຫາຍຜູ້ແທນຈາກຫ້ອງວ່າ ການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາສະຫາຍອະດີດການນຳແຂວງ, ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ,ຕາງໜ້າກອງພົນທະຫານຮາບທີ 2, ທີ 3, ບັນດາສະຫາຍຜູ້ແທນສົມບູນຕາງໜ້າໃຫ້ສະມາຊິກພັກໃນທົ່ວ ແຂວງເຂົ້າຮ່ວມ 300 ກວ່າສະຫາຍ, ໃນນີ້ຜູ້ແທນສົມບູນ 297 ສະຫາຍ, ຍິງ 57 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 19.568 ສະຫາຍ, ຍິງ 5.231 ສະຫາຍໃນທົ່ວແຂວງ.

ໃນກອງປະຊຸມ ສະຫາຍ ພົງສະຫວັນ ສິດທະວົງ ໄດ້ຜ່ານບົດລາຍງານການເມືອງໄລຍະ 5 ປີຜ່ານມາ ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍເສດ ຖະກິດ-ສັງຄົມໄດ້ຮັບການພັດ ທະນາຢ່າງຕໍ່ເນື່ອງ ພື້ນຖານໂຄງລ່າງໄດ້ຮັບການປັບປຸງ ຊີວິດການເປັນຢູ່ຂອງປະຊາ ຊົນບັນດາເຜົ່າໄດ້ຮັບການພັດ ທະນາດີຂຶ້ນ. ໄລຍະ 5 ປີ ຜ່ານ ມາ ເສດຖະກິດຂອງແຂວງມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດໃນລະດັບສະເລ່ຍ 6,7% ຕໍ່ປີ, ມູນຄ່າລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 10.706 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 3.031 ໂດລາ, ທຽບໃສ່ປີ 2015 ເພີ່ມຂຶ້ນ 3.410ໂດລາ, ໃນນີ້ຂົງເຂດກະສິກຳ-ປ່າໄມ້ຂະຫຍາຍຕົວໃນລະດັບ 3%, ຂົງເຂດອຸດສາຫະກຳ 9,6%, ຂົງເຂດບໍລິການ 6,5%, ການເກັບລາຍຮັບງົບປະມານໄດ້ 3.697,14 ຕື້ກີບ, ກວມ 7,9% ຂອງ GDP.

ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນພິຈາລະນາຢ່າງເລິກເຊິ່ງ ແລະ ເປັນເອກະສັນກັນຮັບຮອງເອົາບົດລາຍງານການເມືອງ ແລະ ເປັນເອກະພາບຕໍ່ການຕີລາຄາດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ທີ່ຍົກໃຫ້ເຫັນໃນບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິິດ-ສັງຄົມໄດ້ເປັນເອກະພາບຮັບຮອງເອົາບັນດາຄາດໝາຍລວມ, ທິດທາງ, ໜ້າທີ່ລວມ, ຄາດໝາຍສູ້ຊົນໃນ 5 ປີ ແຕ່ນີ້ຮອດປີ 2025 ຈະສູ້ຊົນເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວເພີ່ມຂື້ນ 7%ຕໍ່ປີ, ລວມຍອດຜະລິດຕະພັນໃຫ້ບັນລຸ 15.185 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໃຫ້ໄດ້ 3.800 ໂດລາສະຫະລັດ.ໃນກອງປະຊຸມບັນດາຜູ້ແທນສົມບູນກໍ່ໄດ້ໃຊ້ສິດປະຊາທິປະໄຕ ເພື່ອປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ຊຶ່ງມີຜູ້ສະໝັກທັງໝົດ 40 ສະຫາຍ, ຍິງ 6 ສະຫາຍ, ເລືອກເອົາ 35 ສະຫາຍ, ພ້ອມນີ້ກອງປະຊຸມຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ ເຂົ້າຮ່ວມກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ຈໍານວນ 25 ສະຫາຍ, ສໍາຮອງ 3 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານພັກແຂວງໄຊຍະບູລີ ສະໄໝທີ VII ໄດ້ເລືອກຕັ້ງເອົາຄະນະປະຈໍາພັກແຂວງ 11 ສະຫາຍ.

ກອງປະຊຸມໄດ້ເຫັນດີເປັນເອກະພາບເລືອກເອົາສະຫາຍ ພົງສະຫວັນ ສິດທະວົງ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ເພັງນິລັນ ຄໍາພັນເພັງເປັນຮອງເລຂາພັກແຂວງ, ສະຫາຍ ດວງຕາ ໄຊວຸດ ເປັນຮອງເລຂາພັກແຂວງ ແລະ ສະຫາຍ ສົມຫວັງ ແກ້ວວິໄລສັກ ເປັນປະທານກວດກາພັກແຂວງພ້ອມດ້ວຍຄະນະ 3 ສະຫາຍ.ເພື່ອເປັນຫຼັກແຫຼ່ງແກ່ນສານສືບຕໍ່ນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງກໍຄືພາລະກິດປົກປັກຮັກສາສ້າງສາພັດທະນາໃນຕໍ່ໜ້າ.

ໂອກາດດັ່ງກ່າວສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ກອງປະຊຸມຄັ້ງນີ້ພ້ອມທັງເນັ້ນໜັກໃຫ້ຄະນະບໍລິຫານງານພັກແຂວງຊຸດໃໝ່ຫັນເອົາມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ເປັນແຜນງານໂຄງການ ແລະ ສ້າງເປັນນິຕິກຳລະອຽດ ເພື່ອຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ຕັ້ງໜ້າປຸກລະດົມທຸກກຳລັງແຮງຂອງປວງຊົນ ໃຫ້ເຂົ້າຮ່ວມໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງໄຊຍະບູລີໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.