ພາຍຸໄຫ່ເສິນ ຖະຫຼົ່ມ ສ.ເກົາຫຼີ ກ່ອນຈະອ່ອນກຳລັງລົງ ເຂົ້າສູ່ ສປປ ເກົາຫຼີ

183

ສຳນັກຂ່າວຕ່າງປະເທດລາຍງານວ່າ: ພາຍຸໄຕ້ຝຸ່ນໄຫ່ເສິນ ໄດ້ພັດຂຶ້ນຝັ່ງ ສ.ເກົາຫຼີ ດ້ວຍຄວາມໄວຂອງລົມສູງເຖິງ 130 ກິໂລແມັດຕໍ່ຊົ່ວໂມງ ກ່ອນຈະອ່ອນກຳລັງລົງ ແລ້ວເຄື່ອນຕົວໄປທາງທິດເຂົ້າສູ່ ສປປ ເກົາຫຼີ.

ພາຍຸດັ່ງກ່າວໄດ້ສ້າງ ຄວາມເສຍຫາຍໃຫ້ແກ່ບ້ານເຮືອນຂອງປະຊາຊົນ ລວມທັງໄຟຟ້າດັບເປັນວົງກວ້າງ, ທາງການຕ້ອງອົບພະຍົບປະຊາຊົນ 3 ພັນກວ່າຄົນໄປຢູ່ບ່ອນປອດໄພ, ໃນຂະນະດຽວກັນກໍມີລາຍງານວ່າມີຜູ້ເສຍຊີວິດ 2 ຄົນ ແລະ ໄດ້ຮັບບາດເຈັບຈຳນວນໜຶ່ງ.

ກະຊວງກິດຈະການພາຍໃນ ແລະ ຄວາມປອດໄພຂອງ ສ.ເກົາຫຼີ ເປີດເຜີຍວ່າ: ນອກຈາກມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບແລ້ວ ນ້ຳຍັງໄດ້ຖ້ວມບ້ານເຮືອນຂອງປະຊາຊົນຢ່າງໜ້ອຍ 110 ຫຼັງຄາ, ຂະນະທີ່ເຈົ້າໜ້າທີ່ກ່ຽວຂ້ອງໄດ້ເລັ່ງອະນາໄມແກ້ໄຂກັບຊາກຫັກພັງຂອງຕົ້ນໄມ້ ລວມທັງໄຟຟ້າ, ສິ່ງປຸກສ້າງຕ່າງໆ.

ນອກຈາກນີ້, ຍັງມີເຮືອຂອງຊາວປະມົງ 80 ລຳ ຈົມລົງໃນທະເລ ລວມທັງເຕົາປະຕິກອນນິວເຄລຍ 2 ເຕົາ ທີ່ຕັ້ງຢູ່ເມືອງຢ໊ອງຈູ ເຊິ່ງຕັ້ງຢູ່ພາກຕາເວັນອອກສ່ຽງໃຕ້ຂອງປະເທດ ຕ້ອງຢຸດການຜະລິດໂດຍອັດຕະໂນມັດ ແຕ່ບໍ່ມີການຮົ່ວໄຫຼຂອງສານກຳມັນຕະພາບລັງສີ.

ໃນຂະນະທີ່ ສປປ ເກົາຫຼີ ໄດ້ປະກາດເຕືອນໄພຂັ້ນສູງສຸດ ກ່ອນພາຍຸໄຫ່ເສິນ ຈະພັດເຂົ້າສູ່ແຂວງຄັງວອນ ເຊິ່ງຕັ້ງຢູ່ທິດຕາເວັນອອກສ່ຽງໃຕ້ ເມື່ອຕອນແລງວັນຈັນຜ່ານມາ ແຕ່ຍັງໂຊກດີ ພາຍຸດັ່ງກ່າວໄດ້ອ່ອນກຳລັງລົງເປັນພຽງພາຍຸເຂດຮ້ອນເທົ່ານັ້ນ.