ທຣຳ ຂູ່ຈະຫຼຸດການຮ່ວມມືດ້ານເສດຖະກິດກັບຈີນ ຫັນມາຜະລິດສິນຄ້າຊົມໃຊ້ພາຍໃນ

94

ປະທານາທິບໍດີ ໂດນັນ ທຣຳ ເປີດເຜີຍຕໍ່ສື່ມວນຊົນວ່າ: ສະຫະລັດອາເມຣິກາຈະຫຼຸດການຮ່ວມມືດ້ານເສດຖະກິດກັບຈີນ ແລະ ພ້ອມຈະໃຊ້ມາດຕະການລົງໂທດບັນດາບໍລິສັດຂອງອາເມຣິກາທີ່ໄປລົງທຶນ, ສ້າງວຽກເຮັດງານທຳຢູ່ຕ່າງປະເທດ ແລະ ຈະໃຊ້ມາດຕະການກີດກັນກັບບໍລິສັດທີ່ເຂົ້າໄປລົງທຶນໃນປະເທດຈີນ ໂດຍບໍ່ໃຫ້ມີສັນຍາກັບລັດຖະບານສະຫະລັດ.

ທຣຳ ກ່າວວ່າ: ພວກເຮົາຈະຫັນມາສົ່ງເສີມການຜະລິດພາຍໃນປະເທດ ໂດຍໃຫ້ ຄວາມສຳຄັນແກ່ສິນຄ້າຜະລິດໃນອາເມຣິກາ “Made in America ” ແລະ ພວກເຮົາຈະເອີ້ນຄືນຕຳແໜ່ງງານກັບສູ່ປະເທດ, ໃນຂະນະດຽວກັນກໍຈະຮຽກເກັບພາສີກັບບັນດາບໍລິສັດທີ່ອອກໄປລົງທຶນ ແລະ ສ້າງຕຳແໜ່ງງານໃນຈີນ ແລະ ປະເທດອື່ນໆອີກ.

ແນວໃດກໍຕາມ, ປະທານາທິບໍດີສະຫະລັດ ບໍ່ໄດ້ກຳນົດວ່າລາວຈະໃຊ້ມາດຕະການດັ່ງກ່າວນັ້ນເມື່ອໃດ ໂດຍກ່າວພຽງວ່າການດຳເນີນການດັ່ງກ່າວເປັນສ່ວນໜຶ່ງຂອງແຜນການທີ່ຈະບັງຂັບໃຊ້ໃນວາລະທີ່ຈະດຳລົງຕຳແໜ່ງປະທານາທິບໍດີສະໄໝທີ 2 ພ້ອມລະບຸວ່າ ຫາກ ໂຈ ໄບເດນ ຊະນະການເລືອກຕັ້ງ ມາດຕະການດັ່ງກ່າວອາດຈະບໍ່ໄດ້ຖືກບັງຄັບໃຊ້.