ຈີນ ເປີດໂຕວັກແຊັງຕ້ານໂຄວິດກາງງານວາງສະແດງສິນຄ້າ ຄາດໃຫ້ພູມຄຸ້ມກັນ 1 – 3 ປີ

100

ສຳນັກຂ່າວເອເອັຟພີ ລາຍງານວ່າ: ສປ ຈີນ ໄດ້ເປີດໂຕວັກແຊັງຕ້ານໂຄວິດ – 19 ທີ່ບໍລິສັດຊີໂນແວັກ ໄບໂອເທັກ ແລະ ບໍລິສັດຊີໂນຟາມ ເປັນຜູ້ພັດທະນາຂຶ້ນໃນງານວາງສະແດງສິນຄ້ານາໆຊາດ ຫຼື “ China international fair for trade in services ” ຈັດຂຶ້ນເມື່ອວັນທີ 6 ກັນຍາຜ່ານມາ ທີ່ນະຄອນຫຼວງປັກກິ່ງ.

ລາຍງານລະບຸວ່າ: ເຖິງແມ່ນວ່າໃນຂະນະນີ້ຍັງບໍ່ມີວັກແຊັງຊະນິດໃດຈັດຈຳໜ່າຍ ຫຼື ແຈກຢາຍນຳໃຊ້ ແຕ່ບໍລິສັດຂອງຈີນ ເຊິ່ງເປັນຜູ້ພັດທະນາວັກແຊັງດັ່ງກ່າວ ຫວັງວ່າຈະໄດ້ຮັບການອະນຸມັດນຳໃຊ້ຢ່າງໄວທີ່ສຸດກໍປະມານທ້າຍປີນີ້ ຫຼັງຈາກທີ່ໄດ້ສຳເລັດການທົດລອງທາງຄລີນິກທັງ 3 ໄລຍະແລ້ວ, ຜູ້ຕາງໜ້າຈາກບໍລິສັດຊີໂນແວັກ ເປີດເຜີຍວ່າຂະນະນີ້ ທາງບໍລິສັດໄດ້ສຳເລັດການກໍ່ສ້າງໂຮງງານຜະລິດວັກແຊັງຕ້ານໂຄວິດ – 19 ເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຄາດວ່າຈະສາມາດຜະລິດວັກແຊັງໄດ້ປະມານ 300 ໂດສຕໍ່ປີ, ຂະນະທີ່ບໍລິສັດຊີໂນຟາມ ເປີດເຜີຍວ່າ ວັກແຊັງທີ່ພວກເຂົາພັດທະນາຂຶ້ນນັ້ນ ອາດໃຫ້ພູມຄຸ້ມກັນນານເຖິງ 1 – 3 ປີຕໍ່ການສີດໜຶ່ງຄັ້ງ.