ເມືອງລະຄອນເພັງເອົາໃຈໃສ່ບັນຫາການຕ້ານແລ້ງ

200

ທ່ານ ຄຳກອນ ວິໄລສັກ ຫົວ ໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງລະຄອນເພັງ ແຂວງ ສາລະວັນ ໃຫ້ສຳພາດຕໍ່ສື່ມວນຊົນແຂວງວ່າ: ໄລຍະຜ່ານມາແມ່ນໄດ້ເຄື່ອນໄຫວກ່ຽວກັບການຕ້ານແລ້ງ – ຕ້ານຖ້ວມ ໂດຍການສົມທົບກັບອົງການຈັດຕັ້ງຂັ້ນບ້ານ ແລະ ພໍ່ແມ່ປະຊາຊົນດ້ວຍການປຸກລະດົມຊຸກຍູ້ພໍ່ແມ່ປະຊາຊົນນຳໃຊ້ຈັກສູບນໍ້າໃສ່ຕາກ້າ ແລະ ພື້ນທີ່ນາທີ່ມີເງື່ອນໄຂສາມາດປັກດຳໄດ້ໃນໄລຍະ 100 ແມັດລົງມາ, ແຕ່ໄລຍະ 100 – 300 ແມັດ ແມ່ນຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ຊ່ວຍນໍ້າມັນຈັກສູບນໍ້າໃຫ້ລວມແລ້ວໃນບ່ອນທີ່ມີແຫຼ່ງນໍ້າ 400 – 450 ແມັດ ແມ່ນສາມາດແກ້ໄຂສູບນໍ້າໃສ່ຕາກ້າ ແລະ ປັກດໍາໄດ້ ເຊິ່ງມີທັງໝົດ 6 ແຫ່ງ.

ສາມາດນໍາໃຊ້ອ່າງເກັບນໍ້າເຂົ້າໃນການຕ້ານແລ້ງ ແລະ ມີເນື້ອທີ່ 61,5 ເຮັກຕາ ຫຼາຍກວ່າ 4% ຂອງເນື້ອທີ່ສາມາດຫົດໄດ້, ທົ່ວເມືອງມີເນື້ອທີ່ທັງໝົດ 18 ພັນກວ່າເຮັກຕາ, ໃນນັ້ນເນື້ອທີ່ປູກເຂົ້າ 15.300 ເຮັກຕາ, ເນື້ອທີ່ປູກມັນຕົ້ນ 3 ພັນເຮັກຕາ ແລະ ພືດຜັກອື່ນໆ 312 ເຮັກຕາ.

ໃນ 15 ພັນກວ່າເຮັກຕາ ແມ່ນໄດ້ນຳໃຊ້ແນວພັນທັງໝົດ 927,3 ໂຕນ, ໄຖຮຸດໄດ້ 14 ພັນກວ່າເຮັກຕາ ຫຼາຍກວ່າ 94% ຂອງເນື້ອທີ່ແຜນ, ປັດຈຸບັນສາມາດປູກເຂົ້ານາຫວ່ານ, ນາຢອດ ແລະປັກດຳໄດ້ 14.467 ເຮັກຕາ, ມີເນື້ອທີ່ໄຖຮຸດທີ່ບໍ່ໄດ້ປັກດຳໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ 833 ເຮັກຕາ ເທົ່າກັບ 5,74% ຂອງເນື້ອທີ່ໄຖຮຸດ, ມີກ້າບັ້ງ ແລະ ກ້າແກ່ 117 ໂຕນ ເທົ່າກັບ 13,41%, ກ້າຕາຍ 50 ໂຕນ ເທົ່າກັບ 5,73%.

ຕາມຂໍ້ມູນໃນ 37 ບ້ານ, ປັກດຳແລ້ວ ຕາຍ 12,5 ເຮັກຕາ, ນາຢອດແລ້ວ ຕາຍ 8,7 ເຮັກຕາ ແລະ ນາຫວ່ານແລ້ວ ຕາຍ 1,2 ເຮັກຕາ, ພືດຜັກກະທົບແຫ້ງແລ້ງ ຕາຍທັງໝົດ 4,2 ເຮັກຕາ ເທົ່າກັບ 1,34% ຂອງເນື້ອທີ່ປະຕິບັດ.

[ ຮູບ – ຂ່າວ: ສິດຕາ ເພັດວົງສາ ]