ເສດຖະກິດແຂວງໄຊຍະບູລີ ຂະຫຍາຍຕົວ 6,7%

262

ໃນ 5 ປີຜ່ານມາ ເສດຖະກິດແຂວງໄຊຍະບູລີ ຂະຫຍາຍຕົວສະເລ່ຍໃນລະດັບ 6,7% ຕໍ່ປີ ມູນຄ່າການລົງທຶນພາກເອກະຊົນເພີ່ມຂຶ້ນ, ໂຄງປະກອບເສດຖະກິດຍັງສືບຕໍ່ຫັນປ່ຽນຕາມທິດທີ່ຕັ້ງໜ້າ, ລາຍໄດ້ຕໍ່ຫົວຄົນ ເທົ່າກັບ 3.031 ໂດລາຕໍ່ຄົນຕໍ່ປີ.

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຜູ້ແທນອົງຄະນະພັກ ແຂວງໄຊຍະບູລີ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 8 ກັນຍາ 2020 ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ, ເຂົ້າຮ່ວມເປັນກຽດມີ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີໜ່ວຍປະຕິບັດງານຈາກສູກກາງ, ມີພະນັກງານອາວຸໂສບຳນານ, ນັກທຸລະກິດ, ຜູ້ປະກອບການ, ແຂກຮັບເຊີນຈາກກອງພົນທະຫານຮາບທີ 2, ທີ 3 ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ບັນດາຜູ້ແທນແມ່ນໄດ້ພ້ອມກັນທົບທວນຕີລາຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຈຸດອ່ອນຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ມະຕິຜູ້ແທນອົງຄະນະພັກ ຄັ້ງທີ VI ໃນ 5 ປີຜ່ານມາ ແລະ ພ້ອມກັນກຳນົດທິດທາງຄາດໝາຍຍຸດທະສາດແຕ່ລະດ້ານອີກ 5 ປີຂ້າງໜ້າ.

ສະຫາຍ ພົງສະຫວັນ ສິດທະວົງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ, ພ້ອມທັງຜ່ານຮ່າງບົດລາຍງານການເມືອງທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນຜົນງານຈາກການຊີ້ນໍາໆພາຂອງອົງຄະນະພັກແຂວງໄຊຍະບູລີ ໃນໄລຍະ 5 ປີຜ່ານມາວ່າ: ການຂະຫຍາຍຕົວເສດຖະກິດສະເລ່ຍຢູ່ໃນລະດັບ 6,7% ຕໍ່ປີ, ມູນຄ່າການລົງທຶນພາກເອກະຊົນເພີ່ມຂຶ້ນ, ໂຄງປະກອບເສດຖະກິດຍັງສືບຕໍ່ຫັນປ່ຽນຕາມທິດທີ່ຕັ້ງໜ້າ, ລວມຍອດຜະລິດຕະພັນພາຍໃນ ( GDP ) ບັນລຸ 10.706 ຕື້ກີບ ສະເລ່ຍຕໍ່ຫົວຄົນ ເທົ່າກັບ 3.031 ໂດລາຕໍ່ຄົນຕໍ່ປີ.

ການເກັບລາຍຮັບງົບປະມານສະເລ່ຍບັນລຸ 3.697,1 ຕື້ກີບ ກວມເອົາ 9,7% ຂອງ GDP, ການປູກພືດເປັນສິນຄ້າໄດ້ຮັບການຊຸກຍູ້ສົ່ງເສີມຢ່າງແຂງແຮງ ແລະ ກວ້າງ ຂວາງ, ພື້ນຖານໂຄງລ່າງແມ່ນໄດ້ຮັບການຍົກລະດັບ ແລະ ກໍ່ສ້າງຂົວ – ທາງຈາກຕົວເມືອງລົງສູ່ບັນດາເມືອງ ແລະ ບ້ານ.

ອັດຕາການຊົມໃຊ້ໄຟຟ້າໃນລະບົບ ກວມ 98,6%, ການສຶກສາ – ກີລາກາຍະກຳໄດ້ຮັບການປັບປຸງ, ນັກຮຽນໃນຕົວເມືອງ – ຊົນນະບົດໄດ້ເຂົ້າຮຽນຢ່າງທົ່ວເຖິງ, ປະຊາຊົນໄດ້ຮັບການປິ່ນປົວ ແລະ ສະໜອງບໍລິການສຸຂະພາບຢ່າງທົ່ວເຖິງ, ຄອບຄົວທຸກຍາກຕາມດໍາລັດ 384/ລບ ເທົ່າກັບ 7,8% ຂອງຄອບຄົວທັງໝົດ.

ຈາກນັ້ນ ສະຫາຍ ເພັງນິລັນ ຄໍາພັນເພັງ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງ ໄດ້ຜ່ານຮ່າງແຜນພັດທະນາເສດຖະກິດ – ສັງຄົມ 5 ປີຕໍ່ໜ້າ.

ກອງປະຊຸມຍັງຈະໄດ້ຮັບຟັງການປະກອບຄໍາຄິດເຫັນຈາກບັນດາພະແນກການ, ເມືອງ, ຕົວແບບດ້ານຕ່າງໆ, ຮັບຟັງການໂອ້ລົມຂອງ ສະຫາຍ ສອນໄຊ ສີພັນດອນ ແລະ ຈະໄດ້ດຳເນີນໄປເປັນເວລາ 2 ວັນ ຈຶ່ງຈະສຳເລັດ.

[ ຂ່າວ: ອຸ່ນເຮືອນ ໂພທິລັກ ]