ຈໍາໜ່າຍພັນທະບັດລັດຖະບານ ມູນຄ່າ 1.500 ຕື້ກີບ

247

ການຈໍາໜ່າຍພັນທະບັດລັດຖະບານທີ່ອອກໂດຍກະຊວງການເງິນ ໂດຍຜ່ານຕະຫຼາດຫຼັກຊັບລາວ ໃນ 2 ຄັ້ງຜ່ານມາ ຖືວ່າປະສົບຜົນສໍາເລັດເກີນກວ່າເປົ້າໝາຍທີ່ກໍານົດໄວ້. ຫຼ້າສຸດໄດ້ຮັບອະນຸຍາດເປັນຄັ້ງທີ 3 ໂດຍແມ່ນ ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ, ບໍລິສັດ BCEL-KT ຈໍາກັດ ແລະ ບໍລິສັດ ຫຼັກຊັບ ລາວ – ຈີນ ຈໍາກັດ ເປັນຜູ້ອອກຈໍາໜ່າຍພັນທະບັດທັງໝົດ 1.500 ຕື້ກີບ ແລະ 50 ລ້ານໂດລາ.

ທ່ານ ອານຸກອນ ສຸທໍາມະວົງ ຮັກສາການຜູ້ອໍານວຍການໃຫຍ່ ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ ຕາງໜ້າໃຫ້ທັງສາມບໍລິສັດໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ລັດຖະບານໄດ້ນໍາເອົາພັນທະບັດຈໍາໜ່າຍຜ່ານຕະຫຼາດຫຼັກຊັບລາວຄັ້ງທໍາອິດໃນເດືອນທັນວາ 2018 ມູນຄ່າ 1 ພັນຕື້ກີບ; ຄັ້ງທີສອງມູນຄ່າ 1.700 ຕື້ກີບ ເມື່ອເດືອນກັນຍາ 2019 ເຊິ່ງການຈໍາໜ່າຍໃນສອງຄັ້ງຜ່ານມາເຫັນວ່າປະສົບຜົນສໍາເລັດຢ່າງໜ້າພໍໃຈ ແລະ ເກີນຄາດໝາຍທີ່ກໍານົດໄວ້ ເຊິ່ງມີນັກລົງທຶນກໍຄືມວນຊົນທົ່ວໄປຈັບຈອງເປັນຈໍານວນຫຼາຍ. ສໍາລັບເທື່ອນີ້ເປັນຄັ້ງທີສາມ ມູນຄ່າ 1.500 ຕື້ກີບ ແລະ ເງິນໂດລາ 50 ລ້ານໂດລາ.

ສໍາລັບອາຍຸການຖືຄອງ ແລະ ອັດຕາດອກເບ້ຍຜົນໄດ້ຮັບມີລາຍລະອຽດ ເຊັ່ນວ່າ: ໄລຍະ 3 ປີ ອັດຕາດອກເບ້ຍ 6,80%; ໄລຍະ 5 ປີ ອັດຕາດອກເບ້ຍ 6,95%; ໄລຍະ 7 ປີ ອັດຕາດອກເບ້ຍ 7,20%; ໄລຍະ 10 ປີ ອັດຕາດອກເບ້ຍ 7,50%; ໄລຍະ 15 ປີ ອັດຕາດອກເບ້ຍ 7,70% ແລະ ໄລຍະ 20 ປີ ອັດຕາດອກເບ້ຍ 8,00%.

ດ້ານ ທ່ານ ສຸລິວັດ ສຸວັນນະຈູມຄຳ ຫົວໜ້າກົມການເງິນຕາຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ກະຊວງການເງິນ ໄດ້ອະທິບາຍວ່າ: ຈຸດປະສົງຂອງການອອກຈຳໜ່າຍພັນທະບັດລັດຖະບານກໍເພື່ອດຸນດ່ຽງງົບປະມານລາຍຮັບ – ລາຍຈ່າຍຂອງລັດຖະບານ ດ້ວຍແຫຼ່ງເງິນທຶນໄລຍະຍາວທີ່ມີຄວາມໜ້າເຊື່ອຖື ແລະ ມີປະສິດທິພາບ, ນໍາໃຊ້ແຫຼ່ງທຶນເຂົ້າໃນການບໍລິຫານ, ການດັດສົມແຫຼ່ງທຶນ ໂດຍຈຳນວນເງິນດັ່ງກ່າວຈະປະກອບສ່ວນຢ່າງສຳຄັນໃຫ້ແກ່ການເພີ່ມການອັດສີດເງິນເຂົ້າສູ່ລະບົບເສດຖະກິດແຫ່ງຊາດ, ສ້າງຮາກຖານທີ່ແຂງແກ່ນໃຫ້ແກ່ສະຖຽນລະພາບທາງການເງິນພາຍໃນ ແລະ ຄວາມເຂັ້ມແຂງຂອງຕະຫຼາດການເງິນຂອງ ສປປ ລາວ ທັງໃນລະດັບເສດຖະກິດຈຸລະພາກ ແລະ ມະຫາພາກໂດຍລວມ.

ທ່ານໃຫ້ສໍາພາດຕື່ມວ່າ: ສໍາລັບການຊໍາລະທັງຕົ້ນທຶນ ແລະ ດອກເບ້ຍໃຫ້ຜູ້ລົງທຶນ ພວກເຮົາມີຄວາມໝັ້ນໃຈເຕັມຮ້ອຍ ເນື່ອງຈາກມີແຫຼ່ງທຶນຈາກຫຼາຍແຫຼ່ງທີ່ຈະນໍາມາຊໍາລະໄປຕາມກົນໄກຂອງການຊໍາລະສະສາງ ເຊິ່ງມີແຫຼ່ງລາຍຮັບຈາກງົບປະມານໃນແຕ່ລະປີ, ລາຍຮັບຈາກດອກເບ້ຍເງິນກູ້ ແລະ ອື່ນໆ ທີ່ກວມເອົາ 15% ຂອງຈີດີພີ. ຄຽງຄູ່ກັນນັ້ນ, ຍັງມີແຫຼ່ງລາຍຮັບທີ່ເປັນເງິນຕາຕ່າງປະເທດ ປະມານ 600 ລ້ານໂດລາໃນແຕ່ລະປີ ເພື່ອເປັນທຶນໃນການຊໍາລະສະສາງ. ສະນັ້ນ, ຕາງໜ້າລັດຖະບານຈຶ່ງຢາກໃຫ້ນັກລົງທຶນມີຄວາມໝັ້ນໃຈວ່າພວກເຮົາໄດ້ມີແຫຼ່ງລາຍຮັບທີ່ແນ່ນອນ ເພື່ອຈະເອົາມາຊໍາລະສະສາງໃຫ້ແກ່ນັກລົງທຶນທົ່ວໄປ, ນິຕິບຸກຄົນ ຫຼື ອົງກອນຕ່າງໆທີ່ຖືຄອງພັນທະບັດຂອງລັດຖະບານໃນແຕ່ລະຄັ້ງຜ່ານມາ ລວມທັງຄັ້ງທີ 3 ນຳອີກ.

ຫາກຜູ້ລົງທຶນສົນໃຈ ຫຼື ຕ້ອງການສອບຖາມຂໍ້ມູນກ່ຽວກັບພັນທະບັດລັດຖະບານ ສາມາດຕິດຕໍ່ ແລະ ປະສານງານກັບບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ; ບໍລິສັດຫຼັກຊັບ BCEL-KT ຈຳກັດ; ບໍລິສັດຫຼັກຊັບ ລາວ – ຈີນ ຈຳກັດ. ນອກນັ້ນ, ຍັງມີທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກໍາ.

ພິທີຖະແຫຼງຂ່າວຜົນການຈໍາໜ່າຍພັນທະບັດລັດຖະບານ ທີ່ອອກໂດຍກະຊວງການເງິນ ໂດຍຜ່ານຕະຫຼາດຫຼັກຊັບລາວໄລຍະຜ່ານມາ ແລະ ແຜນການຈໍາໜ່າຍໃນຄັ້ງຕໍ່ໄປຈັດຂຶ້ນໃນວັນທີ 7 ກັນຍາ 2020 ທີ່ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ນະຄອນຫຼວງວຽງຈັນ ເປັນການຖະແຫຼງການຮ່ວມຂອງ ທ່ານ ອານຸກອນ ສຸທໍາມະວົງ ຮັກສາການຜູ້ອໍານວຍການໃຫຍ່ ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ, ທ່ານ ເທບສະຫວັນ ກິຕິຍະວົງ ຜູ້ອໍານວຍການບໍລິສັດຫຼັກຊັບ BCEL-KT ຈຳກັດ, ທ່ານ ລິນລີ ຜູ້ອໍານວຍການ ບໍລິສັດຫຼັກຊັບ ລາວ – ຈີນ ຈຳກັດ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຫົວໜ້າກົມການເງິນຕາຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ພ້ອມດ້ວຍຜູ້ຕາງໜ້າຈາກ ສຄຄຊ, ກະຊວງການເງິນ, ຕະຫຼາດຫຼັກຊັບລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.