ປະກາດຊັບຊ້ອນ ມອບໝາຍໜ້າທີ່ໃຫ້ພະນັກງານ-ນັກຮົບ ແລະ ປະກາດການເລື່ອນຊັ້ນໃຫ້ນາຍສິບ ຢູ່ວິທະຍາຄານກົມມະດໍາ

121

ຕອນເຊົ້າຂອງວັນທີ 8 ກັນຍາ 2020 ຢູ່ວິທະຍາຄານກົມມະດໍາ ໄດ້ມີພິທີປະກາດ ຊັບຊ້ອນມອບຫມາຍຫນ້າທີ່ ໃຫ້ພະນັກງານ-ນັກຮົບ ແລະ ປະກາດເລື່ອນຊັ້ນ ໃຫ້ນາຍສິບ ຢູ່ວິທະຍາຄານກົມມະດໍາ ພາຍໃຕ້ການເປັນປະທານ ຂອງ ທ່ານ ພັນເອກ ຄໍາແອ້ວ ໜໍາທະພັນ ຮອງອໍານວຍການ ຫົວຫນ້າຫ້ອງພະລາທິການ ວິທະຍາຄານກົມມະດໍາ; ມີພະແນກການ, ກອງພັນ ຕະຫຼອດຮອດພະນັກງານ-ນັກຮົບ ທີ່ໄດ້ຮັບຫນ້າທີ່ໃຫມ່ ແລະ ໄດ້ຮັບການເລື່ອນຊັ້ນ ໃຫມ່ເຂົ້າຮ່ວມຢ່າງພ້ອມພຽງ.


ສະຫາຍ ພັນໂທ ອໍາພອນ ສີໂສພົດ ຫົວຫນ້າພະແນກ ພະນັກງານ ວິທະຍາຄານກົມມະດໍາ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍວ່າດ້ວຍການແຕ່ງຕັ້ງ ຮອງຫົວຫນ້າ ພະແນກນ້ໍາມັນເຊື້ອໄຟ ຂອງວິທະຍາຄານກົມມະດໍາ ອີງຕາມກົດຫມາຍນາຍທະຫານກອງທັບປະຊາຊົນລາວ( ສະບັບ ປັບປຸງ ) ໃນພາກທີ II ຫມວດ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ,ຍົກຍ້າຍນາຍທະຫານ ແລະ ຜ່ານຂໍ້ຕົກລົງຂອງ ອໍານວຍການ ວິທະຍາຄານກົມມະດໍາ ວ່າດ້ວຍການຊັບຊ້ອນພະນັກງານ ອີງຕາມກົດຫມາຍ ນາຍທະຫານ ກອງທັບປະຊາຊົນລາວ ( ສະບັບ ປັບປຸງ ) ຫມວດທີ IV ມາດຕາ 21 ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ ຈໍານວນ 20 ສະຫາຍ.


ສະຫາຍ ພັນໂທ ຄໍາມິ່ງ ສີປະເສີດ ຫົວຫນ້າພະແນກກໍາລັງພົນ ວິທະຍາຄານກົມມະດໍາ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງອໍານວຍການ ວິທະຍາຄານກົມມະດໍາ ວ່າດ້ວຍການຊັບຊ້ອນ ມອບຫມາຍຫນ້າທີ່ໃຫ້ນາຍສິບ ອີງຕາມຂໍ້ກໍານົດກົດລະບຽບ ຂອງນາຍສິບ ແລະ ພົນທະຫານ ໃນກອງທັບປະຊາຊົນລາວ ( ສະບັບປັບປຸງ ) ສະບັບເລກທີ່ 1681/ກປທ ລົງ ວັນທີ 12/05/2016 ຊັບຊ້ອນມອບຫມາຍຫນ້າທີ່ໃຫ້ນາຍສິບຈໍານວນ 17 ສະຫາຍ ແລະ ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອະນຸມັດເລື່ອນຊັ້ນນາຍສິບ ຈໍານວນ 10 ສະຫາຍ.


ໃນໂອກາດນີ້ ທ່ານ ພັນເອກ ຄໍາແອ້ວ ໜໍາທະພັນ ຮອງອໍານວຍການ ຫົວຫນ້າຫ້ອງພະລາທິການ ວິທະຍາຄານກົມມະດໍາ ໄດ້ໂອ້ລົມເນັ້ນຫນັກຫຼາຍບັນຫາສໍາຄັນຕໍ່ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໄປຮັບຫນ້າທີ່ໃຫມ່ ແລະ ຜູ້ທີ່ໄດ້ຮັບຊັ້ນໃຫມ່ ຈົ່ງຍົກສູງຄວາມຮັບຜິດຊອບຫນ້າທີ່ການເມືອງ ຂອງຕົນທີ່ໄດ້ຮັບມອບຫມາຍ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດ ຖືເອົາວຽກງານສຶກສາອົບຮົມ-ການເມືອງ-ນໍາພາແນວຄິດ ເປັນບັນຫາ ສໍາຄັນ ໃຫ້ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄຸນທາດການເມືອງຫນັກແຫນ້ນ ເພື່ອ ພ້ອມກັນຈັດຕັ້ງນໍາພາປັບປຸງກອງທັບເຮົາໃຫ້ເຂົ້າ ສູ່ລະບຽບແບບແຜນທັນສະໄຫມ ຂຶ້ນເທື່ອ ລະກ້າວ.

ຂຽນໂດຍ+ພາບ: ນາງດວງມະລາ ວັນທານຸວົງ