ທັດດາວວີ ຜູ້ຊາຍຫຸ່ນໝີ ແລ່ນປ່ຽນຊີວິດຈາກ 100 ກວ່າໂລເຫຼືອ 70 ຍ້ອນຄວາມມຸ້ງໝັ້ນ

136

ຂໍສະແດງຄວາມຍິນດີກັບທ່ານ ທັດດາວວີ ສີກະເສີມຄ່ຽມ ນັກແລ່ນສາຍໂຫດ ທີ່ສາມາດຄວ້າແຊັມແລ່ນທາງໄກປະເທດລາວ ໃນງານແລ່ນ Virtual Run Laos Challenge 2020 ໃນໄລຍະທາງ 1.569 ກິໂລແມັດ ຈາກໃຕ້ສຸດຫາເໜືອສຸດ (ອັດຕະປື – ຜົ້ງສາລີ) ຂອງປະເທດລາວ ເປັນຄົນທຳອິດ ເຊິ່ງໃນການແຂ່ງຂັນໃນຄັ້ງນີ້ຂອງທ່ານ ທັດດາວວີ ແມ່ນໃຊ້ເວລາພຽງ 1 ເດືອນ ເທົ່ານັ້ນ ໃນການແລ່ນ.

ນອກຈາກນີ້ ທ່ານ ທັດດາວວີ ຍັງໄດ້ມາເລົ່າປະສົບການເພື່ອສ້າງແຮງບັນດານໃຈໃຫ້ໝູ່ເພື່ອນວ່າ: ກ່ອນອື່ນໝົດ ຂໍອະນຸຍາດບອກກ່ອນວ່າຕົນເອງບໍ່ໄດ້ເປັນນັກກິລາອາຊີບ ເປັນພຽງຄົນທຳມະດາທີ່ມີໃຈມັກໃນການຍ່າງ ແລະ ແລ່ນ.

ຍ້ອນກັບໄປປີ 2019 ຍັງເປັນຄົນຕຸ້ຍທີ່ມີນໍ້າໜັກເຖິງ 101 ກິໂລ ພ້ອມທັງເຄີຍຜ່ານການຜ່າຕັດເອັນຫົວເຂົ່າເບື້ອງຂວາມາດົນແລ້ວ ຕອນນັ້ນເລີ່ມຮູ້ສຶກແລ້ວວ່າຕົນເອງໄປມາບໍ່ສະດວກ ເຮັດຫຍັງກໍ່ເມື່ອຍງ່າຍຍ້ອນຄວາມຕຸ້ຍ ຈາກນັ້ນກໍ່ກັບມາຖາມໃຈຕົນເອງວ່າ ເຮົາຊິປະໃຫ້ຕົນເອງເປັນແບບນີ້ຕໍ່ໄປອີກຫວາ ແຕ່ແລ້ວສຽງຂອງໃຈກໍ່ຕອບກັບມາວ່າ ເຮົາຈະຕ້ອງສູ້ ແລະ ບໍ່ຍອມປ່ອຍໃຫ້ເປັນແບບນີ້ຕໍ່ໄປ.

ຈາກນັ້ນເດືອນ 9 ປີ 2019 ກໍ່ຄ່ອຍໆເລີ່ມຈາກການຍ່າງເທື່ອລະໜ້ອຍ ເພາະນໍ້າໜັກຫຼາຍຫົວເຂົ່າບໍ່ສາມາດຮັບນໍ້າໜັກໃນການແລ່ນໄດ້ທັນທີ ຜ່ານການຍ່າງປະມານ 2 ເດືອນປາຍ ແລະ ການຄວບຄຸມອາຫານໄປນຳ ກໍ່ເລີ່ມຮູ້ສຶກວ່າຕົນເອງມີນໍ້າໜັກຫຼຸດລົງແນ່ ພ້ອມທັງສາມາດແລ່ນຊ້າໆແບບຈອກກິ້ງນໍາ ຊຶ່ງຕົນເອງໄດ້ອອກກຳລັງກາຍເປັນປະຈໍາເປັນໄລຍະເວລາ 9 ເດືອນ ຈົນມາຮອດ ເດືອນ 6 ປີ 2020 ນໍ້າໜັກກໍ່ມາຢູ່ທີ່ 71 ກິໂລ (ຫຼຸດມາຈາກເດີມ 30 ກິໂລ).

ຕົນເອງກໍ່ອອກກຳລັງກາຍຢ່າງສະໝໍ່າສະເໝີ ຕໍ່ມາຮອດເດືອນ 7 ປີ 2020 ກໍ່ໄດ້ສະໝັກເຂົ້າຮ່ວມໂຄງການແລ່ນ Virtual Run Laos Challenge 2020. ກ່ອນຈະເລີ່ມແຂ່ງຂັນຕົນເອງຄິດແຕ່ວ່າຈະເຮັດໃຫ້ດີທີ່ສຸດ ເຖິງຜົນຈະອອກມາເປັນແນວໃດກໍຕາມ ເພາະເປັນການເຂົ້າຮ່ວມໂຄງການແລ່ນຄັ້ງທຳອິດ ຊຶ່ງຕົນເອງກໍໄດ້ມີການວາງແຜນການຕາລາງໃນການແລ່ນເພື່ອໃຫ້ໄດ້ຈໍານວນໄລຍະທາງ ທີ່ສຳຄັນຄືຕົນເອງກໍ່ຕ້ອງບໍ່ເຈັບນໍາ ໃນຊ່ວງໄລຍະການແຂ່ງ ແລະ ພະຍາຍາມໃຫ້ມີລະບຽບວິໄນຂອງການແລ່ນໃນແຕ່ລະມື້.

ສໍາລັບຕົນເອງແລ້ວການທີ່ໄດ້ເຂົ້າຮ່ວມໂຄງການຄັ້ງນີ້ ແມ່ນມີຄວາມພາກພູມໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງໃນການແລ່ນ, ສະນັ້ນ ຈຶ່ງຂໍໂອກາດມານະທີ່ນີ້ ຂໍຂອບໃຈໂຄງການແລ່ນທີ່ດີແບບນີ້ ຂອບໃຈຕົນເອງ, ຄອບຄົວ, ພີ່ນ້ອງ, ໝູ່ເພື່ອນ ທີ່ເປັນກຳລັງໃຈຕະຫຼອດມາ ແລະ ຂໍເປັນກຳລັງໃຈໃຫ້ກັບນັກກິລາທຸກຄົນທີ່ກຳລັງແຂ່ງຂັນຢູ່ ພ້ອມທັງຜູ້ຄົນທີ່ກຳລັງຄິດຈະປ່ຽນແປງຕົວເອງດ້ວຍການອອກກຳລັງກາຍ.

ນີ້ກໍເປັນອີກບຸກຄົນໜຶ່ງທີ່ເປັນແບບຢ່າງໃຫ້ກັບໝູ່ເພື່ອນທີ່ກຳລັງທໍ້ ຫຼື ກຳລັງມີຄວາມຄິດລິເລີ່ມການອອກກຳລັງກາຍເພື່ອປ່ຽນແປງຕົນເອງໃຫ້ໄປໃນທາງທີ່ນີ້ ເຊິ່ງທຸກຄົນສາມາດຫຼິ້ນກິລາໄດ້ໂດຍທີ່ບໍ່ຈຳເປັນຕ້ອງເປັນນັກກິລາມາກ່ອນຄືກັບທ່ານ ທັດດາວວີ ນີ້ເອງ ແອັດມິນຂໍເປັນກຳລັງໃຈໃຫ້ກັບຄົນທີ່ຢາກປ່ຽນແປງຕົນເອງດ້ວຍການອອກກຳລັງກາຍ.