u-money ສືບຕໍ່ເຊັນບົດບັນທຶກຄວາມເຂົ້າໃຈ ກັບ ທະນາຄານ ບີໄອຊີ ລາວ ຈໍາກັດ

176

ເມື່ອວັນທີ 07 ເດືອນກັນຍາ 2020 ນີ້, ທີ່ ສໍານັກງານໃຫຍ່ ບໍລິສັດ ສະຕາ ໂທລະຄົມ ໄດ້ມີການຈັດພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມື ເຊື່ອມຕໍ່ການຊຳລະ ຮ່ວມກັນ ລະຫວ່າງ ທະນາຄານ ບີໄອຊີ ລາວ ຈໍາກັດ ແລະ ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ ເຊິ່ງການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ຕາງໜ້າລົງນາມ ໂດຍ ທ່ານ ລິມ ໄວ ຮຸງ ຜູ້ອຳນວຍການ ທະນາຄານ ບີໄອຊີ ລາວ ຈໍາກັດ ແລະ ທ່ານ ເຈິນ ມິງ ດຶກ ຮອງຜູ້ອໍານວຍການ ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ນາງ ລໍາມອນ ສິມມະໄລວົງ ຮອງຫົວຫນ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານເເຫ່ງ ສປປ ລາວ, ທ່ານ ນາງ ກິ່ງໂພເງິນ ພູມມະສັກ ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ AIF, ປະທານສະພາບໍລິຫານ ທະນາຄານ ບີໄອຊີ ລາວຈຳກັດ, ທ່ານ ລິວ ແມ໋ງ ຮ່າ ຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ແລະ ທັງເປັນຜູ້ອໍານວຍການ ບໍລິສັດສະຕາຟິນເທັກ ຈຳກັດຜູ້ດຽວ ພ້ອມດ້ວຍ ຄະນະຜູ້ບໍລິຫານ ທະນາຄານ ບີໄອຊີລາວຈຳກັດ ແລະ ຄະນະຜູ້ບໍລິຫານ ບໍລິສັດ ສະຕາ ຟີນເທັກ ຕະຫລອດຮອດພະນັກງານທັງສອງຝ່າຍ.

ຈຸດປະສົງໃນການເຊັນບົດບັນທຶກຄວາມເຂົ້າໃຈ ຄັ້ງນີ້ເພື່ອຄົ້ນຄວ້າການຮ່ວມມື ໃນການເປີດກວ້າງການເຂົ້າເຖິງບໍລິການດ້ານການທະນາຄານໃຫ້ສະດວກ ວ່ອງໄວຍິ່ງຂຶ້ນ, ບໍ່ວ່າຈະເປັນລູກຄ້າ ທີ່ມີບັນຊີ ກະເປົາເງິນ ອີເລັກໂຕຼນິກ ຢູມັນນີ (u – money) ສາມາດໂອນເງິນເຂົ້າບັນຊີໂດຍກົງຂອງ ບັນຊີ ທະນາຄານ ບີໄອຊີ ລາວ ( BIC Bank ) ຈໍາກັດ ແລະ ບັນຊີ ທະນາຄານ ບີໄອຊີ ລາວ ຈໍາກັດກໍ່ສາມາດໂອນເງິນເຂົ້າບັນຊີ ກະເປົາເງິນອີເລັກໂຕຼນິກ ຢູມັນນີ (u – money) ໄດ້ເຊັ່ນດຽວກັນ ເຊິ່ງເຮັດໃຫ້ມີຄວາມງ່າຍ ຕໍ່ການເຮັດທຸລະກໍາການຊຳລະ ແລະ ການໃຊ້ບໍລິການຕ່າງໆຂອງທັງສອງຝ່າຍ ບໍ່ວ່າຈະເປັນການໂອນເງິນ, ການຊໍາລະຄ່າບໍລິການຕ່າງໆ ໄດ້ຢ່າງງ່າຍດາຍ ແລະ ວ່ອງໄວ. ປັດຈຸບັນ u-money ໄດ້ເຊື່ອມຕໍ່ສຳເລັດ ການໂອນເງິນ ລະຫວ່າງ u-money ຫາ ບັນຊີທະນາຄານເຊິ່ງມີ 2 ທະນາຄານເຊັ່ນ: ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ແລະ ທະນາຄານ ມາຣູຮານ ເຈແປນ ລາວ. ນອກນັ້ນ u-money ກໍ່ຍັງໄດ້ເຊັນສັນຍາ ເຊື່ອມຕໍ່ກັບບັນດາທະນາຄານເຊັ່ນ : ທະນາຄານ ຫຸ້ນສ່ວນການຄ້າທະຫານ – ສາຂາລາວ, ທະນາຄານ ຮ່ວມພັດທະນາ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານ ເອຊີດີດາ .

ບໍລິສັດ ສະຕາ ຟີນເທັກຈຳກັດຜູ້ດຽວ ພາຍໃຕ້ເຄື່ອງໝາຍການຄ້າ ຢູມັນນີ (u- money), ເປັນບໍລິສັດໃນເຄືອຂອງ ບໍລິສັດ ສະຕາ ໂທລະຄົມ ເຊິ່ງໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ໃນການສະໜອງບໍລິການດ້ານກະເປົາເງິນ ອີເລັກໂຕຼນິກຢ່າງເປັນທາງການຕັ້ງແຕ່ ປີ 2019, ເຊິ່ງການໃຫ້ບໍລິການດັ່ງກ່າວນີ້ ຈະເພີ່ມຄວາມສະ ດວກໃຫ້ແກ່ລູກຄ້າ, ປະຊາຊົນທົ່ວໄປ ທີ່ອາໄສຢູ່ທຸກຂົງເຂດ ທົົ່ວປະເທດລາວ ສາມາດເຂົ້າເຖິງທະນາຄານແບບ ດີຈິຕອນ ໄດ້ຢ່າງງ່າຍດາຍທີ່ສຸດ.

ການຮ່ວມມືໃນຄັ້ງນີ້ຖືເປັນອີກໜຶ່ງຍຸດທະສາດໃນການພັດທະນາຂອງ ບໍລິສັດ ສະຕາ ຟິນເທັກ ຈຳກັດ ແລະ ທະນາຄານ ບີໄອຊີ ລາວ ຈໍາກັດ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ທັງສອງຝ່າຍຍັງຈະສືບຕໍ່ຄົ້ນຄວ້າການຮ່ວມມືອື່ນໆ ທີ່ເປັນປະໂຫຍດໃນອະນາຄົດ.