ເຕືອນພາກເໜືອ 7-13ກັນຍາ ກຽມຮັບມືຝົນຕົກພ້ອມລະວັງ ດິນເຈື່ອນ ນໍ້າຖ້ວມຊຸ

196

ອຸຕຸເຕືອນແຂວງພາກເໜືອໃຫ້ເຝົ້າລະວັງ ໃນລະຫວ່າງວັນທີ 7-13 ກັນຍາ 2020 ຈະມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມ, ດັ່ງນັ້ນເຕືອນມາຍັງປະຊາຊົນທີ່ອາໃສຢູ່ຕາມລຽບແຄມແມ່ນໍ້າ ໃຫ້ມີສະຕິເຝົ້າລະວັງດິນເຈື່ອນ, ນໍ້າຖ້ວມຊຸ, ຖ້ວມອັ່ງ ພ້ອມທັງໃຫ້ກຽມພ້ອມຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນປອດໄພ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 1165/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 7 ກັນຍາ 2020 ຄາດຄະເນສະພາບອາກາດໃນໄລຍະວັນທີ 7 ຫາ 13 ກັນຍານີ້ ວ່າ: ໃນໄລຍະວັນທີ 7 ຫາ 11 ກັນຍານີ້ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານຢູ່ແຂວງພາກເໜືອຂອງປະເທດລາວ, ພ້ອມດຽວກັນບໍລິເວນຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ພາກເໜືອຂອງປະເທດຫວຽດນາມຈະມີກຳລັງແຮງເພີ່ມຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງ ຫາ ຕົກໜັກ ຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ລົງຫາ ພາກກາງ, ສ່ວນພາກໃຕ້ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍ.

ຈາກນັ້ນວັນທີ 12 ຫາ 13 ກັນຍາ 2020 ຮ່ອງຄວາມກົດດັນອາກາດຕໍ່ຈະເຄື່ອນລົງມາພາດຜ່ານຢູ່ແຂວງພາກກາງແລະ ພາກໃຕ້ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມ, ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ.

ນອກຈາກນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງໄດ້ແຈ້ງເຕືອນວ່າ ໃນໄລຍະວັນທີ 7 ຫາ 13 ກັນຍາ 2020 ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານຢູ່ແຂວງພາກເໜືອຂອງປະເທດລາວ, ພ້ອມດຽວກັນບໍລິເວນຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ພາກເໜືອຂອງປະເທດຫວຽດນາມຈະມີກຳລັງແຮງເພີ່ມຂຶ້ນປົກຄຸມຢູ່ທົ່ວທຸກພາກ, ສົມທົບກັບມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າໃນເຂດພາກເໜືອ ແລະ ຜູ້ທີ່ອາໄສຢູ່ລຽບຕາມແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ ໃຫ້ມີສະຕິຕໍ່ສະພາບນ້ຳຖ້ວມຊູ, ດິນເຈື່ອນ ແລະ ຖ້ວມອັ່ງ ພ້ອມທັງຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ, ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງເປັນປະຈໍາ.