ການາດາ ບັນລຸຂໍ້ຕົກລົງຊື້ວັກແຊັງຕ້ານໂຄວິດຈາກສະຫະລັດ

165

ສຳນັກຂ່າວຕ່າງປະເທດລາຍງານວ່າ: ການາດາ ໄດ້ບັນລຸຂໍ້ຕົກລົງເບື້ອງຕົ້ນໃນການຊື້ວັກແຊັງຕ້ານໂຄວິດ – 19 ຈາກບໍລິສັດຜູ້ຜະລິດຢາລາຍໃຫຍ່ 2 ແຫ່ງ ຈາກສະຫະລັດອາເມຣິກາ ຄື: ບໍລິສັດໂນວາແວັກ ແລະ ບໍລິສັດຈອນສັນ ແອນ ຈອນສັນ ທີ່ກຳລັງຢູ່ໃນຂັ້ນຕອນການທົດລອງໃນມະນຸດຂັ້ນສຸດທ້າຍ.

ທັງນີ້, ການາດາ ຫາກໍບັນລຸຂໍ້ຕົກລົງໃນລັກສະນະດຽວກັນກັບ ບໍລິສັດ ໄຟເຊີ ແລະ ໂມເດີນາ ລວມທັງການເຈລະຈາຂໍຊື້ແວັກແຊັງຕ້ານໂຄວິດຈາກ ບໍລິສັດ ເອັສຕຣາເຊເນກາ ເຊິ່ງຂໍ້ຕົກລົງທັງໝົດນັ້ນໄດ້ລົງນາມໄປແລ້ວ ເມື່ອວັກແຊັງພັດທະນາສຳເລັດ ແລະ ພ້ອມໃຊ້ງານຈະເຮັດໃຫ້ການາດາມີວັກແຊັງຕ້ານໂຄວິດ – 19 ຢ່າງໜ້ອຍ 88 ລ້ານໂດສ ແລະ ຫາກມີຄວາມຕ້ອງການເພີ່ມ ຈະຂໍຊື້ໄດ້ອີກຫຼາຍສິບລ້ານໂດສ, ໃນຂະນະທີ່ພົນລະເມືອງຂອງການາດາ ມີປະມານ 38 ລ້ານຄົນ.