ພາຍຸໄຕ້ຝຸ່ນໄຫ່ເສິນ ພັດເຂົ້າ ສ.ເກົາຫຼີ ລັດຖະບານຍົກລະດັບເຕືອນໄພສູງສຸດ

209
High waves batter the coastline as Typhoon Haishen approaches in the southeastern port city of Busan on September 7, 2020. - Powerful Typhoon Haishen approached South Korea on September 7 after slamming southern Japan with record winds and heavy rains that prompted evacuation warnings for millions. (Photo by - / YONHAP / AFP) / - South Korea OUT / REPUBLIC OF KOREA OUT NO ARCHIVES RESTRICTED TO SUBSCRIPTION USE

ສຳນັກຂ່າວຕ່າງປະເທດລາຍງານວ່າ: ພາຍຸໄຕ້ຝຸ່ນໄຫ່ເສິນ ໄດ້ພັດເຂົ້າ ສ.ເກົາຫຼີ ເມື່ອວັນທີ 7 ກັນຍານີ້ ດ້ວຍຄວາມໄວ 126 ກິໂລແມັດ/ຊົ່ວໂມງ, ທາງການ ສ.ເກົາຫຼີ ຕ້ອງຍົກລະດັບເຕືອນໄພຂຶ້ນສູ່ລະດັບ 4 ເຊິ່ງເປັນລະດັບສູງສຸດຂອງລະບົບເຕືອນໄພ, ຫຼັງຈາກທີ່ພາຍຸດັ່ງກ່າວພັດຖະຫຼົ່ມພາກໃຕ້ຂອງປະເທດຍີ່ປຸ່ນ ເມື່ອທ້າຍອາທິດຜ່ານມາ.

ພາຍຸໄຕ້ຝຸ່ນໄຫ່ເສິນ ມີຄວາມໄວເຖິງ 126 ກິໂລແມັດຕໍ່ຊົ່ວໂມງ ໄດ້ພັດຂຶ້ນຝັ່ງ ສ.ເກົາຫຼີ ເຮັດໃຫ້ຫຼາຍພື້ນທີ່ໄດ້ຮັບຜົນກະທົບ ລວມທັງເກາະ ເຈຈູ ເຊິ່ງເປັນແຫຼ່ງທ່ອງທ່ຽວຍອດນິຍົມຂອງ ສ.ເກົາຫຼີ, ມີລາຍງານວ່າເກີດມີຝົນຕົກໜັກ, ທາງການ ຕ້ອງສັ່ງອົບພະຍົບປະຊາຊົນຫຼາຍພັນຄົນອອກຈາກພື້ນທີ່ສ່ຽງໄພ ແລະ ຍົກເລີກຖ້ຽວບິນຫຼາຍກວ່າ 300 ຖ້ຽວ ໃນ 10 ສະໜາມບິນ. ນອກຈາກນີ້, ສັ່ງໂຈະການບໍລິການລົດໄຟບາງສາຍຊົ່ວຄາວ.

ສ່ວນຢູ່ຍີ່ປຸ່ນ ມີລາຍງານວ່າ: ເກາະຄິວຊູ ໄດ້ຮັບຜົນກະທົບຢ່າງໜັກ, ປະຊາຊົນຫຼາຍກວ່າ 440.000 ຫຼັງຄາເຮືອນ ຍັງບໍ່ມີໄຟຟ້າຊົມໃຊ້ ແລະ ມີລາຍງານວ່າມີຜູ້ໄດ້ຮັບບາດເຈັບ 32 ຄົນ, ກ່ອນໜ້ານີ້ທາງການຍີ່ປຸ່ນ ຕ້ອງເລັ່ງອົບພະຍົບປະຊາຊົນກວ່າ 3 ລ້ານຄົນ ໄປຢູ່ບ່ອນປອດໄພ.