ເພື່ອເປັນການສ້າງຂະບວນການຂັບນັບຮັບຕ້ອນ ວັນສໍາຄັນຕ່າງໆ ຂອງພັກ- ຂອງຊາດ ເວົ້າລວມ ເວົ້າສະເພາະກໍ່ແມ່ນ ຕ້ອນຮັບໄຂສົກຮຽນໃໝ່ 2020-2021 ແລະວັນຄູແຫ່ງຊາດທີ່ຈະມາຮອດໃນມໍ່ໆນີ້ ພ້ອມເປັນການສ້ອມແປງເສັ້ນທາງເຂົ້າບ້ານໃຫ້ໜາແໜ້ນ-ແລ່ນສະດວກ, ສະນັ້ນໃນຕອນເຊົ້າ ວັນທີ 6 ກັນຍາ 2020 ທີ່ຜ່ານມາ ອໍານາດການປົກຄອງບ້ານນາສອບ ເມືອງໄຊບູລີ ແຂວງສະຫວັນນະເຂດ ຈຶ່ງໄດ້ສ້າງຂະບວນການອອກແຮງງານລວມ, ເຊິ່ງນໍາພາໂດຍ ທ່ານ ບຸນມີ ວົງລໍາພັນ ນາຍບ້ານໆ ນາສອບ, ມີຮອງນາຍບ້ານ ພ້ອມປະຊາຊົນພາຍໃນບ້ານນາສອບເຂົ້າຮ່ວມຈໍານວນ 100ກວ່າຄົນ.

ໜ້າວຽກທີ່ເຮັດໃນຄັ້ງນີ້ ແມ່ນການສ້ອມແປງເສັ້ນທາງເຂົ້າບ້ານ-ຜ່າບ້ານ, ໂດຍເລີ່ມແຕ່ປາກທາງຂອງເສັ້ນທາງເລກທີ 13 ໃຕ້ ເຂົ້າໄປຫາບ້ານ ເປັນໄລຍະທາງ ຍາວ 3 ກິໂລແມັດ, ສໍາລັບພາຫະນະ ແລະ ເຄື່ອງມືໃນການສ້ອມແປງເສັ້ນທາງໃນຄັ້ງນີ້ ແມ່ນໄດ້ລະດົມປະຊາຊົນເອົາລົດໄຖນາຍ່າງຕາມ ຈໍານວນ 50 ຄັນ, ອຸປະກອນມີ ຈົກ, ສຽມ, ຊວ້ານ ແລະພ້າ, ເຊິ່ງໃນນັ້ນ ແມ່ນໄດ້ນໍາເອົາລົດໄຖນາຍ່າງຕາມ ແກ່ເອົາດິນ ແລະຫີນປູທາງທີ່ບົດແລ້ວ ນໍາມາຖົມໃສ່ບ່ອນເປັນໂບກ, ເປັນຂຸມ, ເນື່ອງຈາກປະຊາຊົນສັນຈອນໃນຊ່ວງລະດູຝົນ ຈົນເຮັດໃຫ້ເສັ້ນທາງດັ່ງກ່າວເປ່ເພ.

ນອກຈາກນີ້, ຕາມບໍລິເວນແຄມທາງກໍ່ຍັງໄດ້ຖາງປ່າອະນາໄມ ເພື່ອໃຫ້ທັດສະນິຍະພາບໃນການເບິ່ງເຫັນ ຂອງຜູ້ໃຊ້ລົດໃຊ້ຖະໜົນໃຫ້ມີຄວາມສວຍງາມສະອາດຕາ. ແນວໃດກໍ່ຕາມ ການອອກແຮງງານລວມໃນຄັ້ງນີ້ ຍັງເປັນການປຸກລະດົມຄວາມສາມັກຄີຂອງປະຊາຊົນພາຍໃນບ້ານ ແລະທີ່ສໍາຄັນ ກໍ່ເພື່ອເປັນການສ້າງຂະບວນການຂັບນັບຮັບຕ້ອນວັນສໍາຄັນຕ່າງໆ ຂອງພັກ-ຂອງຊາດ ສະເພາະກໍ່ແມ່ນກອງປະຊຸມໃຫຍ່ຂັ້ນເມືອງ, ຂັ້ນແຂວງ ແລະ ການພັດທະນາລະບົບໂຄງລ່າງພື້ນຖານຂອງບ້ານໄດ້ຮັບການປັບປຸງໄປເທື່ອລະກ້າວ.
ຂໍ້ມູນຈາກ: Media Laos