ສຳນັກຂ່າວຊິນຮວາ ລາຍງານວ່າ: ສປ ຈີນ ໄດ້ອະນຸມັດຕັ້ງຖານສາທິດອີຄອມເມິດ (E-Commerce) ແຫ່ງຊາດ ເພີ່ມອີກ 15 ແຫ່ງ ເພື່ອສະໜັບສະໜູນການພັດທະນາອີຄອມເມິດ ໂດຍຖານສາທິດດັ່ງກ່າວນີ້ຈະຮວບຮວມເອົາບັນດາ ບໍລິສັດ ອີຄອມເມິດ, ຜູ້ປະກອບການ ແລະ ແພຼັດຟອມ ນະວັດຕະກຳສຳລັບອຸດສາຫະກຳອີຄອມເມິດ.

ທ່ານ ຊ່ຽນ ເຄີ້ໝິງ ຮອງລັດຖະມົນຕີກະຊວງການຄ້າ ຂອງ ສປ ຈີນ ໄດ້ມອບໃບອະນຸຍາດໃຫ້ແກ່ຖານອີຄອມເມິດໃໝ່ໃນກອງປະຊຸມດ້ານອີຄອມເມີດໃນມະຫະກຳການຄ້າ ແລະ ບໍລິການນາໆຊາດ 2020 ( CIFTS ) ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ນະຄອນຫຼວງປັກກິ່ງ.

ການອະນຸມັດເພີ່ມຕື່ມ 15 ແຫ່ງຄັ້ງນີ້ ເຮັດໃຫ້ຖານສາທິດອີຄອມເມິດຂອງ ສປ ຈີນ ເພີ່ມຂຶ້ນເປັນ 127 ແຫ່ງ ເຊິ່ງສະແດງໃຫ້ເຫັນວ່າ ສປ ຈີນ ໃຫ້ ຄວາມສຳຄັນໃນການພັດທະນາອີຄອມເມິດ.

ຮອງລັດຖະມົນຕີກະຊວງການຄ້າຂອງ ສປ ຈີນ ກ່າວວ່າ: ອີຄອມເມີດ ມີບົດບາດສຳຄັນໃນການຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ – 19 ດ້ວຍການຟື້ນຟູການບໍລິໂພກສະໜອງສິນຄ້າຕາມຄວາມຕ້ອງການຂອງຜູ້ບໍລິໂພກ.

ຈີນ ອະນຸມັດຕັ້ງຖານສາທິດອີຄອມເມິດເພີ່ມ 15 ແຫ່ງ
08 Sep 2020
ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ
ຂ່າວທີ່ກ່ຽວຂ້ອງ
06 Nov 2026
ປະທານສູນກາງແນວລາວສ້າງຊາດ ລົງຢ້ຽມຢາມໂຄງການໄຟຟ້າແສງຕາເວັນແຂວງອຸດົມໄຊ
04 Nov 2026
ລາວ-ຫວຽດນາມ ມີມູນຄ່າການຄ້າ 1,832 ລ້ານໂດລາໃນ 9ເດືອນຜ່ານມາ
03 Nov 2026
ປີນີ້ ຄໍາມ່ວນ ເກັບລາຍຮັບໄດ້ 5,549 ຕື້ກວ່າກີບ ເກີນແຜນທັງໝົດ 702.76 ຕື້ກີບ
31 Oct 2026