ລາວລີກ 1 ຜ່ານໄປ 10 ອາທິດ ການລຸ້ນແຊັມຍັງດໍາເນີນຕໍ່, ສ່ວນການລຸ້ນອັນດັບ 3 ຮັບປະກັນຄວາມມ່ວນ

135

ການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2020 ຜ່ານໄປແລ້ວ 10 ອາທິດ ກ້າວສູ່ໂຄ້ງສຸດທ້າຍກັນແລ້ວ ເພາະປັດຈຸບັນແຕ່ລະທີມແມ່ນລົງແຂ່ງຂັນ 8-9 ນັດແລ້ວ ( ແຂ່ງທັງໝົດທີມລະ 12 ນັດ ) ນັ້ນສະແດງວ່າເຫຼືອພຽງ 4 ອາທິດ. ຢ່າງໃດກໍຕາມ, ມາຮອດປັດຈຸບັນການລຸ້ນແຊັມຍັງມີຕໍ່ ຫຼັງມາສເຕີ 7 ເອັຟຊີ ພິກສະຖານະການເອົາຊະນະ ປກສ ເອັຟຊີ ໄດ້ແບບຫວຸດຫວິດໄລ່ຈີ້ 2 ຄະແນນ.

ລາວລີກ 1 ອາທິດທີ່ຜ່ານມາ ມາສເຕີ 7 ເອັຟຊີ ເກືອບຈະເຮັດໃຫ້ແຟນບານຜິດຫວັງ ແລະ ການລຸ້ນແຊັມຮິບຮີ່ໄປເລີຍ ຫຼັງຈາກທີ່ຕົກເປັນຜູ້ຕາມຫຼັງປກສ ເອັຟຊີ 0-2 ກ່ອນທີ່ ມາສເຕີ 7 ເອັຟຊີ ຈະພິກສະຖານະການເອົາຊະນະໄປ 4-3 ເຊິ່ງມະໂນລົມ ເພັດພັກດີ ກອງກາງຂອງທີມ ສາມາດປົດລ໊ອກຍິງ 2 ປະຕູໄລຍະທ້າຍເກມ ເຮັດໃຫ້ ມາສເຕີ 7 ເອັຟຊີ ເກັບເພີ່ມເປັນ 18 ຄະແນນໄລ່ຈີ້ ທີມນໍາຢ່າງ ລາວໂຕໂຢຕ້າ ເອັຟຊີ ພຽງ 2 ຄະແນນ ຈາກການລົງແຂ່ງ 8 ນັດເທົ່າກັນລຸ້ນກັນ 4 ນັດສຸດທ້າຍເພື່ອຕັດສິນແຊັມ.

ຂະນະທີ່ ສະຖານະການການລຸ້ນອັນດັບ 3 ປີນີ້ກໍຍັງມ່ວນແນ່ນອນ ນັດຫຼ້າສຸດ ຊ້າງນ້ອຍ ເອັຟຊີ ລົງສະໜາມນັດທີ 9 ສາມາດຖະຫຼົ່ມ ວຽງຈັນ ເອັຟທີ 6-0 ເກັບເພີ່ມເປັນ 13 ຄະແນນຢູ່ອັນດັບ 3. ຢ່າງໃດກໍຕາມ ຊ້າງນ້ອຍ ເອັຟຊີ ຍັງວາງໃຈບໍ່ໄດ້ ເພາະປັດຈຸບັນ ວຽງຈັນ ເອັຟຊີ ນັດຫຼ້າສຸດເມື່ອທ້າຍອາທິດທີ່ຜ່ານມາສະເໝີກັບ ເອັສຣາ ເອັຟຊີ 1-1 ເກັບເພີ່ມເປັນ 10 ຄະແນນກໍຍັງມີລຸ້ນຕິດ 1 ໃນ 3 ລວມເຖິງ ເອັສຣາ ເອັຟຊີ ເກັບເພີ່ມເປັນ 9 ຄະແນນ ຈາກການລົງສະໜາມ 9 ນັດເທົ່າກັນ.

ສໍາລັບ ການແຂ່ງຂັນ ເປບຊີ ລາວລີກ 1 ອາທິດນີ້ ຊ້າງນ້ອຍ ເອັຟຊີ ຈະໄດ້ພັກ ໂດຍທີມທີ່ຈະແຂ່ງຂັນທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເວລາ 16:00 ເທົ່າກັນ ມີດັ່ງນີ້:
+ວັນເສົາທີ 12 ກັນຍາ 2020: ເອັສຣາ ເອັຟຊີ ພົບ ລາວໂຕໂຢຕ້າ ເອັຟຊີ (ສະໜາມໃນ) ແລະ ວຽງຈັນ ເອັຟທີ ພົບ ປກສ ເອັຟຊີ (ສະໜາມນອກ)
+ວັນອາທິດທີ 13 ກັນຍາ 2020: ວຽງຈັນ ເອັຟຊີ ພົບ ມາສເຕີ 7 ( ສະໜາມນອກ ).