ແຂວງເຊກອງ ເປັນອີກແຂວງໜຶ່ງທີ່ໜ້າຕິດຕາມ ໃນວົງການບານເຕະລາວ

106

ປະຕິເສດບໍ່ໄດ້ວ່າ ແຂວງເຊກອງ ກໍເປັນອີກແຂວງໜຶ່ງທີ່ໜ້າຕິດຕາມໃນວົງການບານເຕະລາວ ເນື່ອງຈາກປັດຈຸບັນມີສະໜາມບານເຕະ ແລະ ສັງຄົມຫັນມາຫຼິ້ນກີລາປະເພດນີ້ຢ່າງເປັນຂະບວນການຟົດຟື້ນມ່ວນຊື່ນ ລວມທັງຍັງມີນັກເຕະຕິດທີມຊາດລາວ ອີກ.

ທ່ານ ຄໍາພັນ ພະສະແຫວງ ຮອງປະທານສະຫະພັນບານເຕະແຂວງເຊກອງ ໃຫ້ສໍາພາດວ່າ: ເນື່ອງຈາກບານເຕະເປັນກີລາທີ່ນິຍົມຂອງແຂວງເຊກອງ ລວມເຖິງ ສະຫະພັນບານເຕະແຂວງ ໄດ້ສົມທົບກັບພະແນກສຶກສາທິການ ແລະ ກີລາແຂວງ ວາງແຜນຍຸດທະສາດໃນການພັດທະນາບານເຕະ ແລະ ໄດ້ນໍາໄປປະຕິບັດໃນແຕ່ລະເມືອງ ເຮັດໃຫ້ແຂວງເຊກອງ ເປັນແຂວງໜຶ່ງມີນັກກີລາທີ່ພົ້ນເດັ່ນຂຶ້ນ ສາມາດຄັດເລືອກ ແລະ ໄດ້ຂຶ້ນມາເຕະກັບສະໂມສອນໃນນະຄອນຫຼວງວຽງຈັນ ໄດ້ຫຼາຍຄົນພໍສົມຄວນ.

“ ອີກດ້ານໜຶ່ງກໍແມ່ນທາງຂັ້ນເທິງ ໂດຍສະເພາະແມ່ນ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີການສະໜັບສະໜູນ ແລະ ຊີ້ນໍາໆພາໃຫ້ ສະຫະພັນບານເຕະແຂວງພວກເຮົາ ໄດ້ພັດທະນາ ແລະ ສ້າງຂະບວນການກີລາບານເຕະພາຍໃນແຂວງໃຫ້ມີຄວາມຟົດຟື້ນ. ນອກນັ້ນ, ກໍຍັງມີບັນດາສະໜາມບານເຕະຂອງເອກະຊົນເກີດຂຶ້ນຢ່າງຫຼວງຫຼາຍ ໂດຍສະເພາະແມ່ນສະໜາມນ້ອຍ ເຮັດໃຫ້ມີການແຂ່ງຂັນໃນທຸກໆມື້ ບໍ່ວ່າຈະເປັນບານເຕະເດັກນ້ອຍ ແລະ ຮຸ່ນທົ່ວໄປ ” ຮອງປະທານສະຫະພັນບານເຕະແຂວງເຊກອງ.

ທ່ານ ກ່າວອີກວ່າ: ສໍາລັບ ສະໜາມໃຫຍ່ໃນແຂວງເຊກອງ ແມ່ນມີພຽງສະໜາມດຽວເຊິ່ງໄດ້ມີການປັບປຸງ ແລະ ນໍາໃຊ້ສະໜາມດັ່ງກ່າວເຂົ້າໃນການຝຶກຊ້ອມກຽມເຂົ້າຮ່ວມລາຍການຕ່າງໆເຊັ້ນ:ນໍາໃຊ້ເກັບຕົວຝຶກຊ້ອມກຽມເຂົ້າຮ່ວມ ກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ. ສິ່ງສໍາຄັນທີ່ເຮັດໃຫ້ວົງການບານເຕະແຂວງເຊກອງ ມີຄວາມຄືກຄັກແມ່ນຍ້ອນກະໂຕນັກກີລາເອງ ມີຄວາມຮັກມັກ, ຕື່ນຕົວ ແລະ ສະແຫວງຫາ ມາແຕ່ນ້ອຍ ຈົນເກີດມີຫຼາຍສະໂມສອນທັງຕົວແທນຂອງພາກສ່ວນຕ່າງໆ ແລະ ບັນດາໂຮງຮຽນກໍມີນັກກີລາເປັນຂອງທີມຂອງຕົວເອງ.

ປັດຈຸບັນ ນັກເຕະຈາກແຂວງເຊກອງ ທີ່ກໍາລັງເປັນທີ່ຕິດຕາມ ແມ່ນ ໂຕລີ່ ບົວລາຊົງ ນັກເຕະກອງກາງໜຶ່ງດຽວໃນ 8 ນັກເຕະໃໝ່ທີ່ໄດ້ສິດຂຶ້ນມາຄັດເລືອກກັບ ທີມຊາດລາວ ຮຸ່ນອາຍຸ 19 ປີ ເຊິ່ງ 7 ຄົນທີ່ມານໍາກັນແມ່ນຖືກຄັດອອກແລ້ວ ເຫຼືອພຽງ ໂຕລີ່ ທີ່ຍັງຕິດ 1 ໃນ 35 ນັກເຕະ ຢູ 19 ລາວ ຊຸດກຽມໄປແຂ່ງຂັນບານເຕະຊີງແຊັມອາຊີ 2020 ຮອບສຸດທ້າຍທີ່ປະເທດອຸດສະເບກິດສະຖານ ໂດຍຕໍ່ໄປ ໂຕລີ່ ຈະຕ້ອງລຸ້ນຕິດຮອບ 23 ຄົນສຸດທ້າຍຕໍ່ໄປ.