ປທສ ເປີດກວ້າງຄົ້ນຄວ້າປັບປຸງ ຮ່າງແຜນແມ່ບົດເສດຖະກິດດິຈິຕອນ

205

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ໄດ້ຈັດກອງປະຊຸມເປີດກວ້າງຄົ້ນຄວ້າປັບປຸງຮ່າງແຜນແມ່ບົດເສດຖະກິດດິຈິຕອນແຫ່ງຊາດ 5 ປີ ( 2021-2025 ) ເມື່ອວັນທີ 3 ກັນຍາ 2020 ທີ່ຫ້ອງປະຊຸມໃຫຍ່ກະຊວງ ປທສ ໂດຍການເປັນປະທານຂອງ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງ ປທສ ມີລັດຖະມົນຕີຈາກບັນດາກະຊວງທີ່ກ່ຽວຂ້ອງ ພ້ອມດ້ວຍຄະນະຊ່ວຍວຽກຄະນະສະເພາະກິດ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທັນສະໄໝ ກົມມະສິດ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍສໍາຄັນຂອງເສດຖະກິດດິຈິຕອນ. ດັ່ງນັ້ນ, ເຕັກໂນໂລຊີດິຈິຕອນ ຈຶ່ງໄດ້ກາຍເປັນໜຶ່ງໃນອົງປະກອບທີ່ສໍາຄັນຂອງການດໍາເນີນກິດຈະກໍາຕ່າງໆ ລວມທັງການປົກຄອງ, ການດໍາເນີນທຸລະກິດ ແລະ ການດໍາລົງຊີວິດຂອງບຸກຄົນ; ການພັດທະນາເສດຖະກິດດິຈິຕອນຂອງ ສປປ ລາວ ໄດ້ມີ 2 ອົງປະກອບໃຫຍ່ ຄື:

(1) ສ້າງຄວາມເຂັ້ມແຂງໃຫ້ກັບອຸດສາຫະກໍາໄອຊີທີຂອງລາວ ເພື່ອເຮັດໃຫ້ຂະແໜງການດິຈິຕອນປະກອບສ່ວນເຂົ້າໃນໂຄງສ້າງເສດຖະກິດຂອງປະເທດຫຼາຍຂຶ້ນ;
(2) ສົ່ງເສີມບັນດາຂະແໜງການເສດຖະກິດອື່ນໆ ໂດຍສະເພາະກະສິກໍາ, ອຸດສາຫະກໍາ, ການຄ້າ, ການທ່ອງທ່ຽວ ແລະ ອື່ນໆ ນໍາໃຊ້ເຕັກໂນໂລຊີດິຈິຕອນ ເພື່ອເພີ່ມປະສິດທິພາບ ແລະ ຄວາມອາດສາມາດຂອງການແຂ່ງຂັນ ລວມທັງການສ້າງມູນຄ່າເພີ່ມທາງດ້ານເສດຖະກິດ.

ທ່ານ ແກ້ວວິສຸກ ໂສລະພົມ ຫົວໜ້າສູນອິນເຕີເນັດແຫ່ງຊາດ, ຫົວໜ້າອະນຸກຳມະການຊ່ວຍວຽກການສ້າງແຜນແມ່ບົດການຫັນໄປສູ່ເສດຖະກິດດິຈິຕອນແຫ່ງຊາດ, ກະຊວງ ປທສ ໄດ້ສະເໜີຮ່າງແຜນແມ່ບົດເສດຖະກິດດິຈິຕອນຂອງ ສປປ ລາວ 5 ປີ ( 2021 – 2025 ). ພ້ອມນີ້, ທີ່ປະຊຸມໄດ້ມີການປຶກສາຫາລື, ແລກປ່ຽນຄໍາຄິດເຫັນຄົ້ນຄວ້າປະກອບຢ່າງກົງໄປກົງມາຈາກຫຼາຍພາກສ່ວນ ແລະ ເອກະພາບຕໍ່ໂຄງຮ່າງແຜນແມ່ບົດດັ່ງກ່າວໃຫ້ຄະນະຮັບຜິດຊອບປັບປຸງເນື້ອໃນໃສ່ໃຫ້ຄົບຖ້ວນ ເພື່ອກະກຽມລາຍງານຕໍ່ກອງປະຊຸມລັດຖະບານໃນຂັ້ນຕໍ່ໄປ, ນອກຈາກນັ້ນ, ກອງປະຊຸມຍັງໄດ້ແລກປ່ຽນກ່ຽວກັບສະພາບຂອງການນໍາໃຊ້ ແລະ ທິດທາງຂອງການພັດທະນາເສດຖະກິດດິຈິຕອລຂອງ ສປປ ລາວ ໃນແຕ່ລະໄລຍະ.