ວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ ສ້າງບຸກຄະລາກອນໄດ້ຕື່ມ 1 ພັນກວ່າຄົນ

282

ພິທີປິດການຮຽນ – ການສອນ ປະຈໍາສົກຮຽນ 2019 – 2020 ມີຂຶ້ນໃນວັນທີ 7 ກັນຍາ 2020 ໂດຍມີ ທ່ານ ຊາຍສະຫວັນ ຈັນມານິດ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ, ມີຕາງໜ້າຈາກວິທະຍາໄລອ້ອມຂ້າງ, ແຂກຖືກເຊີນ ພ້ອມດ້ວຍຄູ – ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ປີ 2019 – 2020 ວິທະຍາໄລເຕັກນິກວິຊາຊີບແຂວງ ຫຼວງພະບາງ ມີຄູ – ອາຈານ 133 ທ່ານ ຍິງ 56 ທ່ານ, ນັກຮຽນທັງໝົດ 1.829 ຄົນ ຍິງ 610 ຄົນ ເຊິ່ງຫຼຸດຈາກປີຜ່ານມາ 389 ຄົນ. ໃນນີ້, ຊັ້ນກາງລະບົບ 9 + 3 ຈໍານວນ 487 ຍິງ 145 ຄົນ; ຊັ້ນກາງ 12 + 2 ຈໍານວນ 869 ຄົນ ຍິງ 328 ຄົນ, ຊັ້ນສູງ ແລະ ຊັ້ນສູງຕໍ່ເນື່ອງ 473 ຄົນ ຍິງ 137 ຄົນ ແລະ ຝຶກອົບຮົມລະດັບວິຊາຊີບ C1 ຈໍານວນ 50 ຄົນ ຍິງ 41 ຄົນ, ແບ່ງອອກເປັນ 6 ພາກ ຄື: ພາກວິຊາອຸດສາຫະກໍາ, ເຕັກໂນໂລຊີໄຟຟ້າ, ບໍລິຫານໂຮງແຮມ ແລະ ທ່ອງທ່ຽວ, ກໍ່ສ້າງເຄຫາສະຖານ, ບໍລິຫານທຸລະກິດ ແລະ ສູນຝຶກການບໍລິການໂຮງແຮມ ແລະ ທ່ອງທ່ຽວ.

ຜ່ານການຈັດຕັ້ງການຮຽນ – ການສອນໃນສົກ 2019 – 2020 ມີນັກສຶກສາເສັງເລື່ອນຊັ້ນທັງໝົດ 1.040 ຄົນ ( ຍິງ 343 ຄົນ ) ສາມາດເສັງຜ່ານ 967 ຄົນ, ເສັງຈົບຊັ້ນປີສຸດທ້າຍທັງໝົດ 789 ຄົນ ( ຍິງ 268 ຄົນ ), ເສັງຜ່ານ 785 ຄົນ ແລະ ການຝຶກອົບຮົມມີ 194 ຄົນ ( ຍິງ 124 ຄົນ ).

ທ່ານ ຊາຍສະຫວັນ ຈັນມານິດ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ກໍໄດ້ກ່າວສະແດງ ຄວາມຊົມເຊີຍຕໍ່ຜົນການຮຽນ – ການສອນທີ່ວິທະຍາໄລຍາດມາໄດ້ ພ້ອມທັງເນັ້ນໃຫ້ນັກສຶກສາທີ່ຮຽນຈົບໃນແຕ່ລະຫຼັກສູດ, ແຕ່ລະສາຂາວິຊາ ຈົ່ງນໍາເອົາບົດຮຽນດັ່ງກ່າວໄປໝູນໃຊ້ເຂົ້າໃນຊີວິດປະຈໍາວັນໃນການປະກອບອາຊີບການງານຢ່າງສຸດຈະລິດ ແລະ ມີຜົນສໍາເລັດຕາມທີ່ຕົນເອງວາງໄວ້, ຕັ້ງໜ້າປະກອບສ່ວນພັດທະນາທ້ອງຖິ່ນ ແລະ ສັງຄົນຕາມຄວາມສາມາດຂອງຕົນ.