ຄຸນປະໂຫຍດ ແລະ ໂທດ ຂອງຫົວກະທຽມ

404

ກະທຽມເປັນຕະກູນພືດລົ້ມລຸກມີລຳຕິດໃຕ້ດິນຊະນິດຫົວ, ຫົວກະທຽມມີລັກສະນະເປັນກີບຫຼາຍໆກີບເກາະຕິດຈຸ້ມກັນ, ມີເຈ້ຍສີຂາວອົມບົວຫຸ້ມກີບໄວ້, ສ່ວນເນື້ອກະທຽມ ແມ່ນເປັນສີຂາວ, ໃບສີຂຽວໃບລ້ຽງດ່ຽວ ຮຽວຍາວ, ມີດອກສີຂາວເປັນຊໍ່ານ້ອຍໆ.

ສັບພະຄຸນທາງດ້ານອາຫານ ແລະ ຢາ: ທັງຕົ້ນ, ຮາກ, ໃບ ແລະ ຫົວ ມັນແມ່ນລ້ວນແລ້ວແຕ່ເປັນຢາທາງສະໝຸນໄພ, ແຜນບູຮານໃນຕົ້ນກະທຽເປັນຢາບຳບັດການໄອ, ແກ້ໄຂ້ຫວັດ, ແກ້ຫຼອດລົມອັກເສບຊໍ້າເຮື້ອ, ແກ້ຄວາມດັນໂລຫິດສູງ, ເສັ້ນເລືອດບອບບາງ, ບັນເທົາອາການຖອກທ້ອງ, ຂັບລົມ ແລະ ຂັບເຫື່ອ.

ກະທຽມຍັງໃຊ້ເປັນຢາປົວ ຄໍເລດຕໍສລອນສູງ, ຫາກເປັນໂລກຫົວໃຈ ໃຫ້ໃຊ້ກະທຽມສົດ 5 ກຣາມ ກິນ 3 ເທື່ອ ຕໍ່ວັນ ເປັນໄລຍະເວລາ 1 ເດືອນ, ຖ້າຮູ້ສຶກຈຸກທ້ອງແໜ້ນ, ທ້ອງອືດໃຊ້ກະທຽມ 4-5 ກີບ ກິນ ຈະສາມາດບັນເທົາອາການດັ່ງກ່າວໄດ້, ຫົວກະທຽມສົດຍັງໃຊ້ເປັນຢາທາຂີ້ກາກ, ເກື້ອນ ຫຼື ພະຍາດຜິວໜັງຊະນິດຕ່າງໆໄດ້ດີອີກດ້ວຍ.

ນອກນີ້ກະທຽມຍັງໃຊ້ເປັນຢາທຸເລົາອາການຄັນຮູທະວານ (ກົ້ນ) ບໍ່ວ່າເດັກ ຫຼື ຜູ້ໃຫຍ່ ອັນເນ່ອງມາຈາກແມກາຝາກ (ພະຍາດເສັ້ນດ້າຍ, ປາກຂໍ) ລົມາມົ້ນກົ້ນ ເຊິ່ງວິທີເຮັດ ກໍ່ນຳເອົາຫົວກະທຽມ 1 ຫົວມາແນ່ນໍ້າເຫຼົ້າຂາວ 1 ນາທີ ແລ້ວເອົາຜ້າຂາວສະອາດມາຫໍ່, ທຸບໃຫ້ມຸ່ນແລ້ວລະລາຍລົງນໍ້າອຸ່ນພໍດີແລ້ວຕອງເອົານໍ້ານໍ້າ, ໃສ່ເຄື່ອງສວນກົ້ນມາດູດເອົານໍ້າດັ່ງກ່າວແລ້ວຊີດເຂົ້າໄປໃນກົ້ນນອນພັກ 1-5 ນາທີ (ຕາມຄວາມອົດກັ້ນໄດ້) ແລ້ວຖ່າຍອອກພະຍາດຈະອອກໄປໝົດ ໃຫ້ເຮັດເດືອນລະຄັ້ງແລ້ວພະຍາດຈະຄ່ອຍຫາຍໄປ.

ຂໍຄວນລະວັງ: ຈົ່ງໃຊ້ກະທຽມສົດເພາະເມືອງເຮົາເກັບຮັກສາໄວ້ດົນ ຄຸນຄ່າທາງຢາຈະເສື່ອມສະຫຼາຍໄປ; ການບໍລິໂພກກະທຽມດອງ ຄວນຈະໃຊ້ດອງດ້ວຍນໍ້າສົມ ຫຼື ນໍ້າຊີອີ້ວ ຈະຊ່ວຍເຮັດໃຫ້ກະທຽມຄົງຄຸນຄ່າທາງຢາໄວ້ດົນ, ສ່ວນຄວາມຮ້ອນອາດຈະລົດຄຸນຄ່າທາງຢາລົງເຊັ່ນກັນ.

ກະທຽມດິບ ອາດບໍ່ເໝາະກັບຄົນທີ່ເປັນໂລກກະເພາະອາຫານ ເພາະຫາກກິນກະທຽມຫຼາຍອາດກໍ່ໃຫ້ເຈັບກະເພາະໄດ້.