ໂຮງໝໍແຂວງສະຫວັນນະເຂດ ກຽມຕິດຕັ້ງລະບົບເຊື່ອມຕໍ່ຂໍ້ມູນວິເຄາະ

168

ພິທີເຊັນບົດບັນທຶກການຮ່ວມມືການຕິດຕັ້ງລະບົບເຊື່ອມຕໍ່ຂໍ້ມູນວິເຄາະ LIS ( Laboratory Information system ) ແລະ ຍົກລະດັບຄວາມສາມາດດ້ານການກວດວິເຄາະລະ ຫວ່າງ ໂຮງໝໍແຂວງສະຫວັນນະເຂດ ກັບ ບໍລິສັດ ຊີບີເອັຟ ຟຣາມາ ຈຳກັດ ມີຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມໂຮງໝໍ ແຂວງສະຫວັນນະເຂດ, ເຂົ້າຮ່ວມຂອງ ທ່ານ ດຣ. ແສງດາວ ສີດາໄລ ວ່າການຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ດຣ. ຈິນດາ ວົງສຸລິ ຜູ້ອຳນວຍການໃຫຍ່ ບໍລິສັດ ຊີບີເອັຟຟຣາມາ ຈຳກັດ, ມີທ່ານຫົວໜ້າອຳນວຍການໂຮງໝໍແຂວງ ພ້ອມຄະນະເຂົ້າຮ່ວມ.

ຮູບປະກອບຂ່າວຈາກໂຮງໝໍແຂວງສະຫວັນນະເຂດ

ພິທີໄດ້ຮັບຟັງການລາຍງານກ່ຽວກັບການປະຕິບັດໜ້າທີ່ຂອງພະນັກງານແພດໝໍ, ເຄື່ອງມືຮັບໃຊ້ ແລະ ອື່ນໆ ໂດຍລວມເຫັນວ່າມີຄຸນນະພາບເທື່ອລະກ້າວ, ແຕ່ຍັງມີຫຼາຍອັນທີ່ຕ້ອງການປັບປຸງຕື່ມ ເປັນຕົ້ນ: ແມ່ນອາຄານສະຖານທີ່, ເຄື່ອງມື, ອຸປະກອນການແພດຍັງບໍ່ພຽງພໍ, ໂຮງໝໍແຂວງສະຫວັນນະເຂດ ເຫັນດີຮັບເອົາການລົງທຶນຂອງ ບໍລິສັດ ຊີບີເອັຟຟຣາມາ ເຊິ່ງຈະໄດ້ມີການຕິດຕັ້ງລະບົບເຊື່ອມຕໍ່ຂໍ້ມູນວິເຄາະ, ປະກອບອຸປະກອນ, ພ້ອມປ່ຽນແທນ ແລະ ເພີ່ມຕື່ມເຄື່ອງຈັກວິເຄາະ ລວມມູນຄ່າທັງໝົດ 528 ລ້ານກີບ ກໍເພື່ອເປັນການຍົກລະດັບຄຸນນະພາບ ແລະ ການບໍລິການຂອງຫ້ອງວິເຄາະໂຮງໝໍແຂວງໃຫ້ໄດ້ມາດຕະຖານ, ຊັດເຈນ, ວ່ອງໄວ, ມີປະສິດທິຜົນ, ສ້າງຄວາມພໍໃຈໃຫ້ຜູ້ໃຊ້ບໍລິການ.
ຮູບປະກອບຂ່າວຈາກ ໂຮງໝໍແຂວງສະຫວັນນະເຂດ

ໂຮງໝໍແຂວງຈະສະໜອງສະຖານທີ່ຕິດຕັ້ງເຄື່ອງ ພ້ອມດ້ວຍພະນັກງານວິຊາການທີ່ມີຄວາມຮູ້, ຄວາມສາມາດ ແລະ ມີ ຄວາມຮັບຜິດຊອບສູງໃນການນຳໃຊ້, ການປົກປັກຮັກສາເຄື່ອງດັ່ງກ່າວ, ຮັບຜິດຊອບຕໍ່ ຄວາມປອດໄພ ແລະ ອຸບັດເຫດທີ່ອາດຈະເກີດຂຶ້ນຈາກການນຳໃຊ້ເຄື່ອງ ແລະ ຈະຕ້ອງຊື້ນໍ້າຢາເຄມີ ຈາກບໍລິສັດ ຊີບີເອັຟ, ສຳລັບພາກສ່ວນບໍລິສັດຕ້ອງຮັບຜິດຊອບໃນການບຳລຸງຮັກສາເຄື່ອງໃຫ້ພ້ອມໃຊ້ງານຢູ່ຕະຫຼອດເວລາ, ຖ້າເຄື່ອງ ຫຼື ອຸປະກອນຫາກຕິດຂັດ, ເປ່ເພບໍ່ສາມາດໃຊ້ງານໄດ້ ຝ່າຍບໍລິສັດຕ້ອງໄດ້ທຳການກວດກາ ແລະ ຊອກວິທີແກ້ໄຂໂດຍໄວ.

ຈາກນັ້ນ, ທັງສອງຝ່າຍກໍໄດ້ເຊັນບົດບັນທຶກຮ່ວມມືຢ່າງເປັນທາງການ ໂດຍຝ່າຍລົງທຶນແມ່ນ ທ່ານ ດຣ. ຈິນດາ ວົງສຸລິ ແລະ ຝ່າຍໂຮງໝໍແຂວງ ໂດຍ ທ່ານ ນາງ ດຣ. ພູວິໄລ ແກ້ວມຸງຄຸນ ເປັນຜູ້ລົງນາມ.