7 ເດືອນແຂວງບໍລິຄຳໄຊ ເກັບລາຍຮັບໄດ້ 300 ຕື້ກວ່າກີບ

115

ການເກັບລາຍຮັບໃນໄລຍະ 7 ເດືອນຕົ້ນປີ 2020 ແຂວງບໍລິຄໍາໄຊ ປະຕິບັດໄດ້ 305 ຕື້ກວ່າກີບ ເທົ່າກັບ 51,31% ຂອງແຜນການປີ ( ດັດແກ້ ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 30,45%, ດ້ານລາຍຈ່າຍແມ່ນໄດ້ປະຕິບັດຕາມແຜນການທີ່ວາງໄວ້.
ໃນວັນທີ 3 ກັນຍາ 2020 ຄະນະຊຸກຍູ້ການຈັດເກັບລາຍຮັບຂອງກະຊວງການເງິນ, ນຳໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ໄດ້ເຄື່ອນໄຫວຊຸກຍູ້, ຕິດຕາມ, ກວດກາການປະຕິບັດງົບປະມານຢູ່ພະແນກການເງິນແຂວງບໍລິຄຳໄຊ ໂດຍການຕ້ອນຮັບຂອງ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ.

ທ່ານ ດວງຕາ ເພຍແກ້ວ ຮອງຫົວໜ້າພະແນກການເງິນແຂວງບໍລິຄໍາໄຊ ກ່າວວ່າ: ຕົວເລກລາຍຮັບທີ່ສະພາໄດ້ຮັບຮອງປີ 2020 ຈໍານວນ 927,62 ຕື້ກີບ. ໃນນັ້ນ, ພູດສູນກາງ 711,82 ຕື້ກີບ, ພູດທ້ອງຖິ່ນ 215,80 ຕື້ກີບ.
ຜ່ານການຈັດຕັ້ງປະຕິບັດໃນໄລຍະ 7 ເດືອນຕົ້ນປີ 2020 ຜ່ານມາ ລວມທັງພູດສູນກາງ ແລະ ພູດທ້ອງຖິ່ນສາມາດປະຕິບັດໄດ້ 305,38 ຕື້ກີບ ເທົ່າກັບ 51,31% ຂອງແຜນການປີ ( ດັດແກ້ ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 30,45%. ສ່ວນສາເຫດທີ່ບໍ່ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ຕາມແຜນການທັງພູດສູນກາງ ແລະ ພູດທ້ອງຖິ່ນນັ້ນແມ່ນເກີດມາຈາກຫຼາຍປັດໄຈ ເປັນຕົ້ນແມ່ນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19, ດ່ານສາກົນ ແລະ ດ່ານທ້ອງຖິ່ນໄດ້ປິດການບໍລິການຊົ່ວຄາວໃນໄລຍະໜຶ່ງ ແລະ ການຢຸດຕິການນຳເຂົ້າສິນຄ້າບາງປະເພດຂອງຜູ້ປະກອບການ.

ຄຽງຄູ່ກັນນັ້ນ, ດ້ານລາຍຈ່າຍແມ່ນໄດ້ປະຕິບັດຕາມແຜນການທີ່ວາງໄວ້ ອັນທີ່ພົ້ນເດັ່ນແມ່ນສາມາດປະຕິບັດຈ່າຍເງິນເດືອນ, ເງິນອຸດໜູນ, ນະໂຍບາຍ, ເບ້ຍລ້ຽງໃຫ້ພະນັກງານ – ລັດຖະກອນທັນຕາມກຳນົດເວລາທຸກໆເດືອນ.
ທ່ານຮອງລັດຖະມົນຕີກະຊວງການເງິນ ໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້. ພ້ອມດຽວກັນນັ້ນ, ຕ້ອງເປັນເຈົ້າການວຽກງານການເມືອງແນວຄິດການກວດກາການປະຕິບັດໜ້າທີ່ວຽກງານພະນັກງານ – ລັດຖະກອນທີ່ຢູໃນຄວາມຮັບຜິດຊອບຂັ້ນສູນກາງ ແລະ ທ້ອງຖິ່ນ; ຄົ້ນຄວ້າບັນດາມາດຕະການຕ່າງໆທີ່ຈະເປັນເຄື່ອງມືໃນການຈັດເກັບລາຍຮັບ; ອັດຊ່ອງການຮົ່ວໄຫຼຂອງລາຍຮັບຢ່າງເປັນຮູບປະທຳ, ປັບປຸງແບບແຜນ ແລະ ວິທີການເຮັດວຽກ.

ນອກນັ້ນ, ກໍໃຫ້ກວດຄືນວຽກງານການແຈ້ງພາສີ – ອາກອນ; ວຽກງານການສືບສວນ – ສອບສວນການປາບປາມການລັກລອບໜີພາສີຕ້ອງເຂັ້ມງວດ; ຄຸ້ມຄອງການນຳເຂົ້ານ້ຳມັນເຊື້ອໄຟ; ແກ້ໄຂການນຳເຂົ້າລົດບໍ່ຖືກຕ້ອງ; ຫັນວຽກງານຂະແໜງພາສີໃຫ້ເປັນທັນສະໄໝ ໂດຍສະເພາະວຽກງານທີ່ຕິດພັນກັບວຽກງານການຈັດເກັບລາຍຮັບໃຫ້ມີລັກສະນະຕັ້ງໜ້າ, ມີຄວາມໂປ່ງໃສ – ວ່ອງໄວ ສາມາດກວດສອບໄດ້ເພື່ອເປັນການຮັບປະກັນໃຫ້ແກ່ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດບັນລຸຕາມແຜນການ.