ທ່ານ ບົວວັນ ວິລະວົງ ເປັນປະທານສະຫະພັນກຳມະບານ ກະຊວງ ອຄ

301

ສະຫະພັນກໍາມະບານກະຊວງ ອຄ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນການ 5 ປີຜ່ານມາ ພ້ອມປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ ໂດຍ ທ່ານ ບົວວັນ ວິລະວົງ ໄດ້ຮັບເລືອກເປັນປະທານສະຫະພັນກຳມະບານກະຊວງ.


ໃນວັນທີ 5 ກັນຍາ 2020 ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານກະຊວງ ຄັ້ງທີ V ຂຶ້ນທີ່ກະຊວງ ອຄ ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງ ອຄ, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ມີທ່ານຮອງລັດຖະມົນຕີ, ປະທານສະຫະພັນແມ່ຍິງ, ເລຂາຊາວໜຸ່ມກະຊວງ ແລະ ຄະນະບໍລິຫານງານສະຫະພັນກໍາມະບານ ກະຊວງ ອຄ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ແກ້ວມໍລະກົດ ສິດລາກອນ ປະທານສະຫະພັນກຳມະບານ ກະຊວງ ອຄ ໄດ້ລາຍງານວ່າ: ປັດຈຸບັນສະຫະພັນກຳມະບານຂະແໜງ ອຄ ມີ 3 ສະຫະພັນກຳມະບານຮາກຖານ ຄື: ຮາກຖານ ບໍລິສັດ ເບຍລາວ ມີ 4 ໜ່ວຍ ມີ 1.090 ທ່ານ; ບໍລິສັດ ນ້ຳມັນເຊື້ອໄຟລາວ ມີ 3 ໜ່ວຍ ມີ 318 ທ່ານ; ບໍລິສັດ ຢາສູບລາວ ມີ 2 ໜ່ວຍ ມີ 142 ທ່ານ ແລະ 17 ໜ່ວຍເອກະລາດ. ໃນນີ້, ມີສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ 1 ໜ່ວຍ, ລັດວິສາຫະກິດ 4 ໜ່ວຍ ແລະ ຂົງເຂດລັດບໍລິຫານ 12 ໜ່ວຍ ລວມມີ 557 ທ່ານ ເຊິ່ງປັດຈຸບັນທົ່ວສະຫະພັນກໍາມະບານຂະແໜງ ອຄ ມີສະມາຊິກທັງໝົດ 2.107 ທ່ານ ໃນນັ້ນຍິງ 501 ທ່ານ.

ໃນໄລຍະ 5 ປີຜ່ານມາ ສະຫະພັນກຳມະບານ ຂະແໜງ ອຄ ໄດ້ເອົາໃຈໃສ່ວຽກງານໂຄສະນາສຶກສາອົບຮົມການເມືອງ – ແນວຄິດໃຫ້ແກ່ສະມາຊິກ, ຈັດຕັ້ງເຊື່ອມຊຶມກົດລະບຽບ ແລະ ນິຕິກຳຕ່າງໆຂອງສະຫະພັນກຳມະບານລາວ ເຮັດໃຫ້ການຈັດຕັ້ງມີ ຄວາມເຂັ້ມແຂງຂຶ້ນກວ່າເກົ່າ, ຂະຫຍາຍສະມາຊິກກຳມະບານລາວ ໄດ້ 148 ທ່ານ; ໃນຂະນະທີ່ວຽກງານການຊ່ວຍເຫຼືອສັງຄົມສະຫະພັນກຳມະບານກະຊວງ ໄດ້ສົມທົບກັບສູນກາງສະຫະພັນກຳມະບານລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຊ່ວຍເຫຼືອສັງຄົມ ແລະ ໄພພິບັດຕ່າງໆຫຼາຍ ກວ່າ 1,4 ຕື້ກີບ.
ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ກຳນົດທິດທາງແຜນການ 5 ປີ ໃນຕໍ່ໜ້າ, ຮັບຮອງເອົາບົດລາຍງານການເມືອງ, ສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສະຫະພັນກໍາມະບານ ຊຸດທີ IV ແລະ ໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານ ສະຫະພັນກໍາມະບານກະຊວງ ຊຸດທີ V ເພື່ອນໍາພາການຈັດຕັ້ງປະຕິບັດແຜນການ 5 ປີໃນຕໍ່ໜ້າ.

ໂດຍໄດ້ເລືອກເອົາ ທ່ານ ບົວວັນ ວິລະວົງ ເປັນປະທານສະຫະພັນກຳມະບານ; ທ່ານ ອານຸສິນ ພົນເສນາ ເປັນຮອງປະທານ; ທ່ານ ເກີທ່າວ ເຈີເຈັ່ງ ເປັນປະທານກວດກາ; ທ່ານ ສິດທິໄຊ ເກດດາວົງ ແລະ ທ່ານ ຄຳສອນວັນ ພຸດດາວົງ ເປັນຄະນະຊຸດໃໝ່.
ໂອກາດດັ່ງກ່າວ, ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ໂອ້ລົມໃຫ້ທິດຊີ້ນໍາເຍືອງທາງ ແລະ ເປັນບ່ອນອີງໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ແລະ ຂະບວນການຕ່າງໆທີ່ຕິດພັນກັບວຽກງານກໍາມະບານ ເຊິ່ງໄດ້ເນັ້ນໃຫ້ຄະນະຊຸດໃໝ່ສືບຕໍ່ເອົາໃຈໃສ່ທາງດ້ານຫຼັກການແບບແຜນວິທີເຮັດວຽກລວມສູນປະຊາທິປະໄຕ ແລະ ເສີມຂະຫຍາຍ ຄວາມສາມັກຄີພາຍໃນຂອງສະມາຊິກກຳມະບານ; ສືບຕໍ່ເອົາໃຈໃສ່ຊີ້ນໍາ – ນໍາພາສຶກສາອົບຮົມການເມືອງແນວຄິດ ແລະ ວຽກງານວິຊາສະເພາະຢ່າງເປັນປົກກະຕິ, ເຊີດຊູສະຕິ ແລະ ຄວາມຮັບຜິດຊອບການເມືອງຂອງສະມາຊິກກໍາມະບານໃຫ້ສູງຂຶ້ນເລື້ອຍໆ ເພື່ອເຮັດໃຫ້ທຸກໜ້າທີ່ວຽກງານທີ່ໄດ້ກຳນົດໄວ້ສໍາເລັດຕາມເປົ້າໝາຍ.

ໃນກອງປະຊຸມຍັງໄດ້ມີພິທີຍ້ອງຍໍຈາກສູນກາງກໍາມະບານລາວປະດັບຫຼຽນກາກຳມະບານ ຈຳນວນ 12 ສະຫາຍ, 4 ສະຫະພັນກໍາມະບານຮາກຖານ ແລະ ໃບຍ້ອງຍໍໃຫ້ແກ່ 17 ໜ່ວຍ.