ໄຊຍະບູລີໄຂກອງປະຊຸມໃຫຍ່ຄັ້ງທີ VII ຂອງຜູ້ແທນອົງຄະນະພັກແຂວງຢ່າງເປັນທາງການ

318

ກອງປະຊຸມໃຫຍ່ຄັ້ງທີ VII ຂອງຜູ້ແທນອົງຄະນະພັກ ແຂວງ ໄຊຍະບູລີ, ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 8 ກັນຍາ 2020, ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ, ໂດຍການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ເຂົ້າຮ່ວມເປັນກຽດມີ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີໜ່ວຍປະຕິບັດງານຈາກສູກກາງ, ມີພະນັກງານອາວຸໂສບຳນານ, ນັກທຸລະກິດ, ຜູ້ປະກອບການ, ແຂກຮັບເຊີນຈາກ ກອງພົນທະຫານຮາບທີ 2, ທີ 3, ເຂົ້າຮ່ວມ 300 ກວ່າຄົນ, ໃນນັ້ນຜູ້ແທນສົມບູນທີ່ມາຈາກຄະນະພັກຮາກຖານ ແລະ ໜ່ວຍພັກທົ່ວແຂວງ 297 ສະຫາຍ, ຍິງ 57 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 19.568 ສະຫາຍ.

ກອງປະຊຸມຄັ້ງນີ້ບັນດາຜູ້ແທນແມ່ນໄດ້ພ້ອມກັນທົບທວນຕີລາຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຈຸດອ່ອນຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ມະຕິຜູ້ແທນອົງຄະນະພັກຄັ້ງທີ VI ໃນ 5 ປີຜ່ານມາ ແລະ ພ້ອມກັນກຳນົດທິດທາງຄາດໝາຍຍຸດທະສາດແຕ່ລະດ້ານ ອີກ 5 ປີຂ້າງໜ້າ, ກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຮອງເອົາບັນດາເອກະສານສຳຄັນທີ່ເປັນຍຸດທະສາດຂອງຄະນະບໍລິຫານງານພັກແຂວງ, ເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດທີ VII ແລະ ຕົວແທນໃຫ້ແກ່ອົງຄະນະພັກໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ.

ໂອກາດດັ່ງກ່າວ ສະຫາຍ ພົງສະຫວັນ ສິດທະວົງ ກໍ່ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ, ພ້ອມທັງຜ່ານຮ່າງບົດລາຍງານການເມືອງທັງສອງພາກ, ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານຈາກການຊີ້ນໍາໆພາຂອງອົງຄະນະພັກ ແຂວງ ໄຊຍະບູລີ ໃນໄລຍະ 5 ປີຜ່ານມາ , ໂດຍລວມແມ່ນສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ, ວັດທະນະທຳ-ສັງຄົມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຊຸກຍູ້ສົ່ງເສີມນັບມື້ດີຂື້ນ, ການຂະຫຍາຍຕົວເສດຖະກິດສະເລ່ຍຢູ່ໃນລະດັບ 6,7%ຕໍ່ປີ, ມູນຄ່າການລົງທືນພາກເອກະຊົນເພີີ່ມຂຶ້ນ, ໂຄງປະກອບເສດຖະກິດຍັງສືບຕໍໍ່ຫັນປ່ຽນຕາມທິດທີີ່ຕັັ້ງໜ້າ, ລາຍໄດ້ທັງໝົດບັນລຸ 10.706 ຕື້ກີບ, ສະເລ່ຍຕໍ່ຫົວຄົນ ເທົ່າກັບ 3.031 ໂດລາຕໍ່ຄົນຕໍ່ປີ, ການເກັບລາຍຮັບງົບປະມານສະເລ່ຍບັນລຸ 3.697,1 ຕື້ກີບ, ກວມເອົາ 9,7%ຂອງGDP, ການປູກພືດເປັນສິນຄ້າ ໄດ້ຮັບການຊຸກຍູ້ສົ່ງເສີມຢ່າງແຂງແຮງ ແລະ ກວ້າງຂວາງ, ພື້ນຖານໂຄງລ່າງແມ່ນໄດ້ຮັບການຍົກລະດັບ ແລະ ກໍ່ສ້າງຂົວ-ທາງຈາກຕົວເມືອງລົງສູ່ບັນດາເມືອງ ແລະ ບ້ານ, ອັດຕາການຊົມໃຊ້ໄຟຟ້າໃນລະບົບ ກວມ 98,6%.

ການສຶກສາ-ກິລາກາຍະກຳໄດ້ຮັບການປັບປຸງ, ນັກຮຽນໃນຕົວເມືອງ-ຊົນນະບົດ ໄດ້ເຂົ້າຮຽນຢ່າງທົ່ວເຖິງ, ປະຊາຊົນໄດ້ຮັບການປິ່ນປົວ ແລະ ສະໜອງບໍລິການສຸຂະພາບຢ່າງທົ່ວເຖິງ, ຄອບຄົວທຸກຍາກຕາມດໍາລັດ 384/ລບ ເທົ່າກັບ 7,8% ຂອງຄອບຄົວທັງໝົດ, ຈາກນັ້ນ ສະຫາຍ ເພັງນິລັນ ຄໍາພັນເພັງ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງ ໄດ້ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ກອງປະຊຸມຍັງຈະໄດ້ຮັບຟັງການການປະກອບຄໍາຄິດ-ຄໍາເຫັນຈາກບັນດາພະແນກການ, ເມືອງ, ຕົວແບບດ້ານຕ່າງໆ, ຮັບຟັງການໂອ້ລົມຂອງ ສະຫາຍ ປອ ສອນໄຊ ສີພັນດອນ ແລະ ຈະໄດ້ດຳເນີນໄປເປັນເວລາ 2 ວັນຈິ່ງຈະສຳເລັດ.

ຂ່າວ-ພາບໂດຍ: ອຸ່ນເຮືອນ ໂພທິລັກ