ອຸດົມໄຊ ປະກາດເລື່ອນຊັ້ນນາຍຕຳຫຼວດທົ່ວກຳລັງ

264

ປະເທດຊາດທີ່ມີຄວາມສະຫງົບໄດ້ ກໍຕ້ອງຂຶ້ນຢູ່ກັບເອື້ອຍອ້າຍທະຫານ ຕຳຫຼວດ ທີ່ເປັນຮົ້ວຂອງຊາດຄອຍສອດສ່ອງຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ ແລະ ປົກປ້ອງປະຊາຊົນຈາກໄພອັນຕະລາຍທັງປວງ.

ສະນັ້ນ ເພື່ອເປັນການຕອບແທນຜົນງານ ແລະຄຸນງາມຄວາມດີຂອງອ້າຍນ້ອງໃນກຳລັງປ້ອງກັນຄວາມສະຫງົບ ເຊິ່ງໃນຕອນເຊົ້າວັນທີ 3 ກັນຍາ 2020 ຜ່ານມາ ທີ່ສະໂມສອນກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ມີການປະກາດການເລື່ອນຊັ້ນໃຫ້ນາຍຕຳຫຼວດທົ່ວກຳລັງທີ່ໄດ້ປະຕິບັດໜ້າທີ່ວຽກງານຢ່າງດຸໝັ່ນ ອົດທົນ ແລະ ຍັງໄດ້ເຊື່ອມຊຶມຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ.

ໃນເວທີອັນມີຄວາມໝາຍນີ້ເຂົ້າຮ່ວມເປັນປະທານໂດຍ ສະຫາຍ ພັອ ສີວອນ ໄຊຍະວົງ ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ບັນດາຄະນະຊີ້ນຳບັນຊາຂັ້ນຫ້ອງ, ຂັ້ນພະແນກ ພ້ອມດ້ວຍນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມຢ່າງພ້ອມພຽງ.