ບໍ່ທໍາມະດາ ເສັ້ນເຝີສ້າງເງິນລ້ານ! ປີໜຶ່ງມີລາຍຮັບຈາກສິນຄ້ານີ້ 160ລ້ານກວ່າກີບ

210

ປັດຈຸບັນ ແນ່ນອນວ່າການສ້າງເສດຖະກິດຄອບຄົວໃຫ້ກຸ້ມ ຫຼື ມີຢູ່ມີກິນ ເປັນສິ່ງສໍາຄັນຂອງການໃຊ້ຊີວິດຢູ່ສັງຄົມໜຶ່ງໆ ແຕ່ວິທີການຂອງແຕ່ລະຄົນແຕ່ລະຄອບຄົວນັ້ນ ຍ່ອມແຕກຕ່າງກັນ ແລະ ທີ່ສໍາຄັນລາຍຮັບກໍ່ແຕກຕ່າງເຊັ່ນກັນ ແຕ່ບໍ່ວ່າຈະດ້ວຍວິທີໃດ ເປົ້າໝາຍດຽວກັນທີ່ທຸກຄົນມີຄືຫາເງິນລ້ຽງຕົນເອງ ແລະ ຄອບຄົວ, ດັ່ງທ່ານ ນາງ ພຽນ ວົງພີມ ອາຍຸ 48 ປີ ປະຊາຊົນບ້ານເວີນແຄນ ເມືອງມຸນລະປາໂມກ ແຂວງຈຳປາສັກ​ ທີ່ຍຶດຖືການຜະລິດເສັ້ນເຝີເປັນສິນຄ້າ ສ້າງລາຍຮັບໄດ້ 162ລ້ານກີບຕໍ່ປີ.

ທ່ານ ນາງ ພຽນ ວົງພີມ ໃຫ້ສຳພາດໃນຄັ້ງວັນທີ 4 ກັນຍາ 2020​ ທີ່ຜ່ານມາວ່າ: ຕົນເອງໄດ້ຖືເອົາການຜະລິດເສັ້ນເຝີເປັນສິນຄ້າ ນັບແຕ່ປີ 2015 ຈົນມາຮອດປັດຈຸບັນປີ 2020 ໂດຍໄດ້ແຮງຈູງໃຈມາຈາກທີ່ເຄີຍມີປະສົບການ ການເຮັດຕົວຈິງນໍາພີ່ນ້ອງມາຫຼາຍປີເຫັນວ່າເຂົາເຈົ້າມີລາຍຮັບດີ ກໍ່ເລີຍຫັນມາເຮັດເປັນກິດຈະການຂອງຕົນເອງ, ເຊີ່ງປີທໍາອິດໄດ້ລົງທຶນ ປະມານ 40ລ້ານກີບ ໂດຍການກູ້ຢືມຈາກກອງທຶນບ້ານ 30ລ້ານກີບ ເພື່ອຊື້ອຸປະກອນ ແລະ ວັດຖຸດິບຕ່າງໆ.

ໃນການຜະລິດເບື້ອງຕົ້ນ ແມ່ນມີຂໍ້ຫຍຸ້ງຍາກຫຼາຍ ເປັນຕົ້ນແມ່ນຂາດທຶນໃນການຊື້ອຸປະກອນ, ວັດຖຸດິບ, ອຸປະກອນບໍ່ທັນສະໄໝເຮັດໃຫ້ມີການຊັກຊ້າການຜະລິດຈຶ່ງບໍ່ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ແຕ່ກໍ່ມີຂໍ້ສະດວກຢູ່ ໂດຍສະເພາະແມ່ນມີສະຖານທີ່ເປັນຂອງຕົນເອງ, ນໍາໃຊ້ແຮງງານໃນຄອບຕົນເອງ ຈົນຕອນນີ້ເຮັດໃຫ້ທຸລະກິດຂະຫຍາຍຕົວ ມາຮອດປັດຈຸບັນການແມ່ນມີຄວາມກ້ວາງຂວາງ ມີລູກຄ້າຫຼາຍຂື້ນ ເຊິ່ງກໍ່ຍ້ອນຄວາມອົດທົນ ພັດທະນາສີມື ແລະ ໄດ້ຮັບການຊີ້ນໍາຈາກພາກສ່ວນກ່ຽວຂ້ອງທັງໃຫ້ຄວາມຮູ້ກ່ຽວກັບການຜະລິດ ແລະ ການຊອກຫາແຫຼ່ງທຶນນໍາອີກ.

ທ່ານ ນາງ ພຽນ ວົງພີມ ໃຫ້ຮູ້ຕື່ມອີກວ່າ: ແຮງງານຕົ້ນຕໍທີ່ໃຊ້ເຂົ້າໃນການຜະລິດມີທັງໝົດ 5 ຄົນ, ໃນນັ້ນ ແມ່ນຄົນໃນຄອບຄົວສາມຄົນ, ຈ້າງຍາດພີ່ນ້ອງສອງຄົນຄ່າຈ້າງວັນລະ 30.000ກີບ, ສະເລ່ຍການຜະລິດໃນໜ້າແລ້ງໄດ້ 100-200 ກິໂລຕໍ່ວັນ, ເຊີ່ງມັນກໍ່ຍັງບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງທ້ອງຕະຫຼາດ, ດັ່ງນັ້ນເມື່ອເວົ້າຫາຕະຫຼາດຮອງຮັບແມ່ນມີແນ່ນອນຢູ່ແລ້ວໂດຍສະເພາະຕະຫຼາດເມືອງມຸນລະປາໂມກ, ຕະຫຼາດດອນຕະລາດ, ຕະຫຼາດສຸຂຸມາ. ດ້ານລາຄາຂາຍ ຫາກຂາຍສົ່ງແມ່ນ 9.000/ກິໂລ; ລາຄາຂ່າຍຍ່ອຍ 10.000 ກີບ/ກິໂລ, ສະເລ່ຍລາຍຮັບຕໍ່ເດືອນ13,5ລ້ານກີບ; ສະເລ່ຍລາຍຮັບຕໍ່ປີ 162 ລ້ານກີບ.

ແນວໃດກໍ່ຕາມ ເລື່ອງລາວດັ່ງກ່າວນີ້ ຖືເປັນອີກອາຊີບທີ່ໜ້າສົນໃຈ ແລະ ສ້າງລາຍຮັບເຂົ້າຄອບຄົວໄດ້ບໍ່ໜ້ອຍເລີຍ, ດັ່ງນັ້ນ ຫາກໃຜທີ່ຍັງລັງເລ ຫຼື ບໍ່ຮູ້ເລີ່ມຕົ້ນວ່າຈະເຮັດວຽກຫຍັງ ຫຼື ປະກອບທຸລະກິດອັນໃດກໍ່ລອງສຶກສາເອົາການຜະລິດເສັ້ນເຝີຂາຍເປັນສິນຄ້າ ໄປພິຈາລະນາລອງເຮັດເບິ່ງ ແລ້ວທ່ານອາດໄດ້ຈັບເງິນ 100ລ້ານຄືກັບທ່ານ ນາງ ພຽນ ວົງພີມ ກໍ່ເປັນໄດ້.

ຂອບໃຈຂໍ້ມູນຈາກ: ສື່ມວນຊົນແຂວງຈໍາປາສັກ