ສິ່ງທີ່ບໍ່ຄວນເບິ່ງຂ້າມ ເວລາເລືອກຟີມຕິດລົດ

224

ຂໍ້ແນະນຳການເລືອກຟີມກອງແສງ ສຳລັບຕິດລົດໃຫຍ່ທີ່ມີຄຸນນະພາບດີ ເປັນຕົ້ນແມ່ນເປີເຊັນການຫຼຸດຄວາມຮ້ອນ, ເປີເຊັນການຫຼຸດລັງສີຢູວີ, ເປີເຊັນການສະທ້ອນແສງ, ເປີເຊັນແສງສ່ອງຜ່ານ ຕ້ອງເປັນຄ່າມາດຕະຖານຈາກໂຮງງານຜູ້ຜະລິດທີ່ເຊື່ອຖືໄດ້.

ໂດຍທົ່ວໄປການຮັບປະກັນຄຸນນະພາບຟີມ ຈະບໍ່ຕໍ່າກວ່າ 7 ປີ ແລະ ສິ້ນສຸດເມື່ອມີການຊື້ – ຂາຍລົດ ຫຼື ປ່ຽນຊື່ເຈົ້າຂອງລົດ. ດັ່ງນັ້ນ, ຜູ້ບໍລິໂພກຈຶ່ງຕ້ອງເລືອກບໍລິສັດຕົວແທນຈໍາໜ່າຍທີ່ໝັ້ນໃຈວ່າຕະຫຼອດໄລຍະເວລາການຮັບປະກັນ ບໍລິສັດຍັງຄົງຈະດຳເນີນທຸລະກິດຟີມກອງແສງຢູ່ ແລະ ພ້ອມຈະຮັບຜິດຊອບ ຖ້າຫາກຟີມກອງແສງທີ່ທ່ານຕິດລົດນັ້ນເກີດບັນຫາໃດໆຂຶ້ນ.

ລາຄາຕ້ອງສົມເຫດສົມຜົນ ເໝາະສົມກັບຄຸນນະພາບໃນລະດັບຍອມຮັບໄດ້ ບໍ່ແມ່ນແພງເພາະມີຊື່ສຽງມາດົນນານ ຫຼື ໂຄສະນາເກີນຈິງ ເຮັດໃຫ້ຕັ້ງລາຄາແພງສູງຂຶ້ນອີກ ບໍ່ສົມກັບການໂຄສະນາ.

ແຫຼ່ງກຳເນີດແສງທັງສອງຊະນິດທີ່ແຕກຕ່າງກັນຢ່າງຊິ້ນເຊີງ ບາງຄັ້ງຍັງມີຟີມທີ່ໃຊ້ເວລາທົດສອບກັບຟີມທີ່ນໍາມາຕິດຕັ້ງໃຫ້ມັນເປັນຄົນລະຊະນິດກັນ ຫຼື ໃຊ້ຟີມຕິດຕັ້ງຊ້ອນທັບກັນສອງຊັ້ນໃນການທົດສອບ ຈຸດນີ້ຜູ້ບໍລິໂພກຕ້ອງສັງເກດໃຫ້ດີ.
ການເລືອກຟີມກອງແສງກັນຄວາມຮ້ອນສູ່ຫ້ອງໂດຍສານຊ່ວຍປະຢັດພະລັງງານ ແລະ ຊ່ວຍຢືດອາຍຸການໃຊ້ງານຂອງຊິ້ນສ່ວນຕ່າງໆພາຍໃນລົດ ຕ້ອງຍອມຮັບວ່າຟີມມືດ ເຮັດໃຫ້ຄົນຢູ່ນອກລົດເບິ່ງບໍ່ເຫັນທາງໃນລົດໄດ້, ນອກນີ້ຍັງສາມາດເຮັດໃຫ້ມີຄວາມປອດໄພເມື່ອເກີດອຸບັດເຫດ.

ຄວາມເຂົ້າໃຈວ່າຟີມມືດ ສາມາດຫຼຸດຄວາມຮ້ອນໃຫ້ລົດໄດ້ດີ: ໃນຄວາມຈິງແລ້ວສີຂອງຟີມບໍ່ໄດ້ເປັນຕົວຊ່ວຍຫຼຸດຄວາມຮ້ອນ ແຕ່ພັດເປັນສານເຄືອບອື່ນໆທີ່ເຮັດໜ້າທີ່ຫຼຸດຄວາມຮ້ອນ.

ທຸກມື້ນີ້ຟີມກອງແສງຕິດລົດ ຈະຂາຍຜ່ານຮ້ານປະດັບລົດ, ຮ້ານຕິດຕັ້ງເຄື່ອງສຽງຈະມີທັງໄດ້ຮັບແຕ່ງຕັ້ງຈາກຜູ້ຈໍາໜ່າຍໂດຍກົງກັບບໍ່ໄດ້ຮັບການແຕ່ງຕັ້ງ, ຮ້ານທີ່ບໍ່ໄດ້ຮັບການແຕ່ງຕັ້ງຈະນໍາຟີມເຂົ້າມາຈໍາໜ່າຍເອງສ່ຽງຕໍ່ຟີມຄຸນນະພາບຕໍ່າ ບາງແຫ່ງກໍສະເໜີຟີມແບບມີຍີ່ຫໍ້ໃຫ້ລູກຄ້າເບິ່ງ ບາດຕອນຕິດຕັ້ງພັດໄປເອົາຟີມອື່ນມາຕິດໃຫ້.

ການເລືອກຮ້ານທີ່ມີຫ້ອງສຳລັບການຕິດຕັ້ງຟີມໂດຍສະເພາະ ເນື່ອງຈາກຝຸ່ນລະອອງຄືປັດໄຈທີ່ເຮັດໃຫ້ການຕິດຕັ້ງຟີມບໍ່ງາມ ຫຼື ບໍ່ໄດ້ມາດຖານ.

ສີມືຊ່າງຕ້ອງຊໍານານ: ຫາກຕ້ອງການໃຫ້ຟີມຢູ່ດົນນານຊ່າງຕິດຟີມຈະຕ້ອງມີສີມືໃນການຕິດຟີມ ຖ້າສີມືບໍ່ດີເວລາຮີດຟີມລົງສູ່ແວ່ນຈະເຮັດໃຫ້ຟີມບໍ່ສະເໝີກັນ ໂດຍສະເພາະຂອບແວ່ນ ແລະ ຖ້າບໍ່ລະວັງອາດຮີດໄປຖືກແວ່ນເຮັດໃຫ້ເປັນຮອຍໄດ້.
ຟີມກອງແສງທີ່ດີຕ້ອງພິຈາລະນາຄຸນສົມບັດຂອງກາວ, ກາວທີ່ດີຕ້ອງມີ ຄວາມບາງ – ໃສ ແລະ ໜຽວ ເມື່ອຕິດຕັ້ງແລ້ວຕ້ອງທົນທານຕໍ່ຄວາມຮ້ອນ – ເຢັນຂອງແວ່ນທີ່ປ່ຽນແປງຢູ່ຕະຫຼອດເວລາ ຢຶດຕິດກັບແວ່ນລົດໄດ້ດີ, ບໍ່ເຮັດໃຫ້ຟີມກອງແສງນັ້ນໂພງ ຫຼື ລອກອອກ ຫຼື ອາດເປັນໂພງຂອງອາກາດ ອີກທັງກາວທີ່ດີຄວນມີຄຸນສົມບັດຕິດແໜ້ນກັບຟີມ ເມື່ອຕ້ອງການລອກຟີມອອກມາ ກາວຄວນຢູ່ດ້ານຟີມບໍ່ແມ່ນຕິດຢູ່ແວ່ນລົດ ລວມທັງກາວຈະຕ້ອງບໍ່ປ່ຽນສີ ກໍ່ໃຫ້ເກີດການປ່ຽນສີຂອງຟີມທີ່ເອີ້ນວ່າຟີມເປັນຂີ້ໝ້ຽງ.

ສຳລັບຟີມກອງແສງທີ່ດີບໍ່ສະເພາະແຕ່ຫຼຸດຄວາມຮ້ອນໄດ້ເທົ່ານັ້ນ ແຕ່ຕ້ອງມີຄວາມສາມາດໃນການສະທ້ອນແສງແດດໄດ້ ເຮັດໃຫ້ຜູ້ໃຊ້ຮູ້ສຶກສະບາຍໃຈໃນການຂັບຂີ່ ລວມທັງຊ່ວຍປະຢັດພະລັງງານ ຫຼື ແອລົດໄດ້.