ອົງການອະນາໄມໂລກເຕືອນ ຖ້າບັນດາປະເທດເປີດປະຕູໂດຍຂາດການຄວບຄຸມຈະເຮັດໃຫ້ໄພພິບັດເກີດຂຶ້ນ

80

ທ່ານ ທີໂດຣສ ອັດຮານອມ ກີບຣີເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ( WHO ) ໄດ້ກ່າວເຕືອນຖ້າບັນດາປະເທດຕ່າງໆເປີດປະຕູ ໂດຍຂາດການຄວບຄຸມພະຍາດໂຄວິດ – 19 ຈະເຮັດໃຫ້ໄພພິບັດເກີດຂຶ້ນ. ພ້ອມເນັ້ນການເຄື່ອນໄຫວອອກໃບອະນຸຍາດສຸກເສີນສຳລັບບັນດາວັກແຊັງ ຕ້ອງໄດ້ຮັບຄວາມເອົາໃຈໃສ່ພິເສດດ້ວຍການປະຕິບັດຢ່າງເຂັ້ມງວດ ແລະ ຕ້ອງຄິດໄລ່ຊັ່ງຊາຢ່າງຮອບຄອບ.

ທ່ານ ທີໂດຣສ ຍັງຮຽກຮ້ອງໃຫ້ບັນດາປະເທດຮັກສາບັນດາມາດຕະການຈຳກັດ ແນໃສ່ຮັບມືກັບພະຍາດໂຄວິດ – 19 ພ້ອມທັງຖືວ່າເລື່ອງເປີດປະຕູໂດຍຂາດການຄວບຄຸມຕໍ່ໜ້າການແຜ່ລະບາດຂອງເຊື້ອໄວຣັສໂຄວິດ – 19 ຈະເຮັດໃຫ້ໄພພິບັດເກີດຂຶ້ນ.

ນອກນັ້ນ, ທ່ານກໍຖືວ່າການເຄື່ອນໄຫວອອກໃບອະນຸຍາດສຸກເສີນສຳລັບບັນດາວັກແຊັງປ້ອງກັນສະກັດກັ້ນພະຍາດໂຄວິດ – 19 ຕ້ອງໄດ້ຮັບຄວາມເອົາໃຈໃສ່ພິເສດ ດ້ວຍການປະຕິບັດຢ່າງເຂັ້ມງວດ ແລະ ຕ້ອງຄິດໄລ່ຊັ່ງຊາຢ່າງຮອບຄອບ.