ໜີ້ສາທາລະນະອາເມຣິກາ ເພີ່ມຂຶ້ນເກືອບຈຸ 100% ຂອງຈີດີພີ

90

ສຳນັກງານງົບປະມານຂອງສະພາຄອງເກຣສ ສະ ຫະລັດອາເມຣິກາ ( CBO ) ເປີດເຜີຍວ່າ: ໜີ້ສາທາລະນະຂອງສະຫະລັດອາເມຣິກາ ອາດເພີ່ມສູງຂຶ້ນສູ່ລະດັບເທົ່າກັບ ຈີດີພີ ໃນປີ 2021 ເຊິ່ງສູງເປັນປະຫວັດສາດ ນັບແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ.

ບົດລາຍງານຂອງ ຊີບີໂອ ລະບຸວ່າ: ໜີ້ສາທາລະນະຂອງລັດຖະບານສະຫະລັດ ເພີ່ມສູງຂຶ້ນສູ່ລະດັບ 98% ຂອງຈີດີພີ ໃນປີ 2020 ເຊິ່ງເພີ່ມຂຶ້ນເກືອບ 20% ເມື່ອທຽບກັບປີ 2019 ເຊິ່ງຢູ່ທີ່ 79% ຂອງຈີດີພີ, ໃນຂະນະທີ່ປີ 2007 ມີພຽງ 35% ຂອງຈີດີພີເທົ່ານັ້ນ.

ບົດລາຍງານຍັງຄາດການວ່າ: ໜີ້ສາທາລະນະຂອງສະຫະລັດຈະເພີ່ມຂຶ້ນຈຸ 100% ຂອງ ຈີດີພີ ໃນປີ 2021 ແລະ ອາດເພີ່ມຂຶ້ນຈຸລະດັບ 107% ໃນປີ 2024 ເຊິ່ງເປັນສະຖິຕິສູງສຸດໃນປະຫວັດສາດຂອງສະຫະລັດອາເມຣິກາ ແລະ ຄາດວ່າຮອດປີ 2030 ໜີ້ສາທາລະນະຂອງສະຫະລັດຈະເພີ່ມຂຶ້ນສູ່ລະດັບ 109% ຂອງຈີດີພີ.

ຊີບີໂອ ຍັງຄາດການວ່າ: ສະຫະລັດຈະຂາດດຸນງົບປະມານສູງເຖິງ 3,3 ລ້ານລ້ານໂດລາສະຫະລັດ ຫຼື 3 ພັນຕື້ໂດລາສະຫະລັດໃນສົກປີງົບປະມານ 2020 ເຊິ່ງຈະສິ້ນສຸດໃນວັນທີ 31 ກັນຍາຈະເຖິງນີ້ ເຊິ່ງເພີ່ມຂຶ້ນ 3 ເທົ່າ ເມື່ອທຽບກັບສົກປີ 2019 ແລະ ເປັນການຂາດດຸນງົບປະມານຫຼາຍທີ່ສຸດໃນຮອບ 75 ປີ ( ນັບແຕ່ປີ 1945 ເປັນຕົ້ນມາ ), ປັດໄຈຫຼັກມາຈາກການທຸ່ມງົບປະມານຊ່ວຍເຫຼືອພາກທຸລະກິດ ແລະ ຄົວເຮືອນ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ລາຍຮັບຈາກການເກັບພາສີອາກອນຫຼຸດລົງໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ກາຍເປັນປັດໄຈສຳຄັນຂອງການຂາດດຸນງົບປະມານຢ່າງມະຫາສານດັ່ງກ່າວ.