ວິກິດໂຄວິດ ເຮັດໃຫ້ຟີລິບປິນ ມີຜູ້ວ່າງງານເພີ່ມຂຶ້ນເຖິງ 10%

94

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງຈາກຜົນສຳຫຼວດຫຼ້າສຸດຂອງລັດຖະບານຟີລິບປິນ ລະບຸວ່າ: ໃນເດືອນກໍລະກົດຜ່ານມາ ຟີລິບປິນ ມີຜູ້ວ່າງງານເຖິງ 4,6 ລ້ານຄົນ ເພີ່ມຂຶ້ນເຖິງ 10% ເມື່ອທຽບກັບເດືອນດຽວກັນຂອງປີຜ່ານມາ ເຊິ່ງເດືອນກໍລະກົດປີ 2019 ມີຜູ້ວ່າງງານ 5,4% ແຕ່ຍັງຕໍ່າກວ່າຕົວເລກວ່າງງານຂອງເດືອນເມສາ 2020 ທີ່ຢູ່ລະດັບ 17,7% ເຊິ່ງເປັນຕົວເລກສູງສຸດຂອງຟີລິບປິນ.

ຜົນສຳຫຼວດຊີ້ໃຫ້ເຫັນວ່າ: ຢູ່ໃນນະຄອນຫຼວງມະນິລາ ມີຜູ້ວ່າງງານຫຼາຍກວ່າໝູ່ຢູທີ່ປະມານ 929.000 ຄົນ ຕາມມາດ້ວຍຄາລາບາຊອນ ຢູ່ທາງໃຕ້ ຂອງນະຄອນຫຼວງມະນິລາ ມີຜູ້ວ່າງງານ 886.000 ຄົນ ແລະ ລູຊອນກາງ ຢູ່ທາງເໜືອຂອງນະຄອນຫຼວງມະນິລາ ມີຜູ້ວ່າງງານ ປະມານ 552.000 ຄົນ ໂດຍທັງສາມພື້ນທີ່ຢູ່ພາຍໃຕ້ມາດຕະການປິດເມືອງມາຕັ້ງແຕ່ກາງເດືອນມີນາເປັນຕົ້ນມາ; ຂະນະທີ່ສ່ວນອື່ນໆຂອງປະເທດຢູ່ພາຍໃຕ້ມາດຕະການຈຳກັດ ແລະ ການປິດເມືອງໃນລະດັບທີ່ຕ່າງກັນອອກໄປ. ທັງນີ້, ເສດຖະກິດຂອງຟີລິບປິນໃນໄຕມາດ 2 ຂອງປີ 2020 ຕິດລົບເຖິງ 16,5%.