ເມືອງວິລະບູລີ ສຳເລັດຊຸດຝຶກອົບຮົມການຫຼິ້ນເຄື່ອງດົນຕີພື້ນເມືອງ

388

ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ປິດໂຄງການຝຶກອົບຮົມການຫຼິ້ນເຄື່ອງດົນຕີພື້ນເມືອງລາວໃນທ້າຍອາທິດຜ່ານມາທີ່ຫ້ອງປະຊຸມຫໍວັດທະນະທຳເມືອງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສີຄູນ ບານມະນີວົງ ຮອງເຈົ້າເມືອງວິລະບູລີ.

ທ່ານ ກັນຫາ ໄຊຍະສານ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງວິລະບູລີ ໃຫ້ຮູ້ວ່າ: ໂຄງການສົ່ງເສີມນັກຮຽນ – ຮຽນການຫຼິ້ນດົນຕີພື້ນເມືອງລາວ ໄດ້ຮັບທຶນຈາກກອງທຶນພັດທະນາທ້ອງຖິ່ນ ປະຈໍາປີ 2020 ໃນມູນຄ່າ 5.000 ໂດລາສະຫະລັດ.

ເລີ່ມຈັດຕັ້ງປະຕິບັດການຮຽນ – ການສອນມາແຕ່ວັນທີ 4 ສິງຫາ 2020 ເປັນຕົ້ນມາ ໃຊ້ເວລາໃນການຝຶກອົບຮົມທັງໝົດ 30 ວັນ ໂດຍແມ່ນຄູ – ອາຈານມາຈາກສູນວັດທະນະທໍາເດັກແຂວງສະຫວັນນະເຂດ ເປັນຜູ້ມາຝຶກສອນຖ່າຍທອດ ຄວາມຮູ້ໃຫ້, ມີນ້ອງນັກຮຽນຈາກໂຮງຮຽນ ມສ ພູຄໍາ ທີ່ຜ່ານການຄັດເລືອກເຂົ້າຮ່ວມທັງໝົດ 16 ຄົນ ( ຍິງ 8 ຄົນ ) ປະກອບມີເຄື່ອງດົນຕີພື້ນເມືອງ 9 ຊະນິດ ຄື: ລະນາດເອກ, ລະນາດທຸ້ມ, ຄ້ອງວົງໃຫຍ່, ຄ້ອງວົງນ້ອຍ, ຊໍອີ້, ຊໍອູ້, ຊິ່ງ, ສາບ ແລະ ກອງ.

ຜ່ານການຮຽນ – ການສອນໃນໄລຍະ 30 ວັນທີ່ຜ່ານມາ ກໍສາມາດປະເມີນໄດ້ວ່ານ້ອງນັກຮຽນແມ່ນມີຄວາມຮັບຮູ້ເຂົ້າໃຈໃນລະດັບດີສົມຄວນ. ຈາກນັ້ນ, ທ່ານ ສີຄູນ ບານມະນີວົງ ຮອງເຈົ້າເມືອງວິລະບູລີ ກໍໄດ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກຝຶກອົບຮົມການຫຼິ້ນເຄື່ອງດົນຕີພື້ນເມືອງລາວ.

[ ຮູບ – ຂ່າວ: ນັກຂ່າວເມືອງວິລະບູລີ ]