ເຊັນສັນຍາສະໜອງທຶນໃຫ້ກຸ່ມກະສິກໍາອິນຊີ ບ້ານທົ່ງມັ່ງ

0
173

ທະນາຄານລາວ – ຝຣັ່ງ ຈໍາກັດ ໄດ້ລົງນາມເຊັນສັນຍາສະໜອງທຶນໃຫ້ແກ່ກຸ່ມ ກະສິກໍາອິນຊີ ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພາຍໃຕ້ການຄໍ້າປະກັນຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເຊິ່ງມີໄລຍະກູ້ຢືມຍາວເຖິງ 5 ປີ ໃນອັດຕາດອກເບ້ຍ 6% ຕໍ່ປີ, ດ້ານປະທານກຸ່ມກະສິກໍາອິນຊີ ເປີດເຜີຍວ່າທຶນທີ່ໄດ້ຈະນໍາໃຊ້ເຂົ້າໃນການສ້າງໂຮງເຮືອນປູກຜັກ, ອຸປະກອນຮັບໃຊ້, ປັບປຸງລະບົບນໍ້າ, ຊື້ແນວພັນ ແລະ ອື່ນໆ.

ທ່ານ ອຸດເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ( ສຄອຊ ) ກ່າວວ່າ: ໃນນາມ ສຄອຊ ມີເຈດຈໍານົງທີ່ຈະຊ່ວຍເຫຼືອຜູ້ປະກອບການທີ່ເຫັນວ່າມີເງື່ອນໄຂໃນການພັດທະນາຜະລິດຕະພັນຕ່າງໆ, ແຕ່ຍັງຂາດທຶນຮອນບາງສ່ວນເຂົ້າໃນການຈັດຕັ້ງປະຕິບັດກິດຈະກໍາ ໂດຍສະເພາະໃນໄລຍະໂຄວິດ – 19 ກໍເຮັດໃຫ້ມີຜົນກະທົບຫຼາຍຢ່າງຕໍ່ພາກທຸລະກິດກໍຄືຜູ້ປະກອບການ, ໂຄງການດັ່ງກ່າວ ສຄອຊ ໄດ້ມີແນວຄິດລິເລີ່ມນັບແຕ່ເດືອນມີນາ 2020 ຜ່ານມາ ໂດຍສະເພາະແມ່ນກຸ່ມສະຫະກອນ, ຊາວຄ້າຂາຍທົ່ວໄປທີ່ສາມາດກຸ້ມຕົນເອງ ໂດຍສະເພາະແມ່ນການສະໜອງວັດຖຸດິບ, ການຊື້ – ຂາຍ ແລະ ອື່ນໆ.

ສໍາລັບກົນໄກນີ້ຖືວ່າເປັນຕົວແບບໜຶ່ງທີ່ທະນາຄານລາວ -ຝຣັ່ງ ໄດ້ເຄີຍເຮັດມາແລ້ວຢູ່ແຂວງຈໍາປາສັກ ເຊິ່ງເປັນການຄໍ້າປະກັນໂດຍບໍ່ມີຫຼັກຊັບໃຫ້ແກ່ກຸ່ມການຜະລິດມາຮອດປັດຈຸບັນໄດ້ 4 – 5 ປີແລ້ວ, ສິນຄ້າສ່ວນໃຫຍ່ແມ່ນສົ່ງໄປຕ່າງປະເທດ ຄິດເປັນມູນຄ່າຫຼາຍລ້ານໂດລາ.

ອີງໃສ່ການປຶກສາຫາລືກັນ ແລະ ໄດ້ໄປຢ້ຽມຢາມກຸ່ມຜະລິດກະສິກຳອິນຊີ ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງເປັນກຸ່ມການຜະລິດທີ່ມີເງື່ອນໄຂດີທີ່ສຸດໃນການສົ່ງເສີມໃນງວດທໍາອິດດ້ວຍເງິນກູ້ໄລຍະຍາວ 5 ປີ ດອກເບ້ຍ 6% ແລະ ໃນໂອກາດຕໍ່ໄປຈະສືບຕໍ່ໃຫ້ມີຫຼາຍໆກຸ່ມຕື່ມອີກ.

ທ່ານ ອ່າໂນ້ ເກົາລີເຢ້ ຜູ້ອໍານວຍການໃຫຍ່ທະນາຄານລາວ – ຝຣັ່ງ ຈໍາກັດ ກ່າວວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈຫຼາຍທີ່ໄດ້ມີສ່ວນຮ່ວມໃນໂຄງການສະໜອງສິນເຊື່ອໃຫ້ແກ່ກຸ່ມກະສິກໍາອິນຊີ ບ້ານທົ່ງມັ່ງ ເຊິ່ງເປັນການສ້າງຄວາມເຂັ້ມແຂງໃຫ້ປະຊາຊົນໄດ້ມີທຶນໃນການປະກອບກິດຈະການ ແລະ ປະກອບສ່ວນເຮັດໃຫ້ເສດຖະກິດຂອງ ສປປ ລາວ ມີການເຕີບໃຫຍ່ຂະຫຍາຍຕົວໃນອະນາຄົດ ຖືເປັນອີກກິດຈະກໍາທາງສັງຄົມທີ່ທາງທະນາຄານພວກເຮົາຈະໄດ້ສືບຕໍ່ເຮັດວຽກຮ່ວມກັນກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ຜູ້ຕາງໜ້າກຸ່ມກະສິກໍາດັ່ງກ່າວ.

ນອກນັ້ນ, ພວກເຮົາຍັງມີແຜນຂະຫຍາຍການສະໜອງສິນເຊື່ອໃຫ້ແກ່ກຸ່ມກະສິກໍາ ແລະ ຂະແໜງການອື່ນໆ ເພື່ອອໍານວຍຄວາມສະດວກໃນການສົ່ງເສີມການຜະລິດພາຍໃນ ຕື່ມອີກ.

ທ່ານ ນາງ ອໍາມອນ ຫຼວງລາດ ປະທານກຸ່ມກະສິກໍາອິນຊີ ບ້ານທົ່ງມັ່ງ ໃຫ້ສໍາພາດວ່າ: ເຫດຜົນທີ່ທະນາຄານລາວ – ຝຣັ່ງ ໄດ້ໃຫ້ສິນເຊື່ອພວກເຮົາຍ້ອນວ່າມີສັນຍາການຊື້ – ຂາຍກັບສະມາຊິກພາຍໃນກຸ່ມ ແລະ ການບໍລິຫານຈັດການທີ່ດີ ໂດຍມີຕະຫຼາດຮອງຮັບຢູ່ແລ້ວ. ສໍາລັບທຶນທີ່ໄດ້ຮັບໃນເບື້ອງຕົ້ນມີມູນຄ່າ 200 ລ້ານກີບ ຈະນໍາໄປສົ່ງເສີມການຈັດຊື້ອຸປະກອນ, ສ້າງໂຮງເຮືອນປູກຜັກຂະໜາດ 6 ຄູນ 20; ຊື້ລົດປັ່ນດິນຊະນິດເດີນຕາມ, ປັບປຸງລະບົບນໍ້າ, ຈັດຊື້ແນວພັນຜັກ ແລະ ນໍາໃຊ້ວັດຖຸດິບຕ່າງໆເຂົ້າໃນການປູກພືດຜັກຂອງກຸ່ມພວກເຮົາ.

ພິທີເຊັນສັນຍາມີຂຶ້ນໃນວັນທີ 4 ກັນຍາ 2020 ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໂດຍເປັນການລົງນາມຮ່ວມກັນລະຫວ່າງ ທ່ານ ອຸດເດດ ສຸວັນນະວົງ ປະທານ ສຄອຊ, ທ່ານ ອ່າໂນ້ ເກົາລີເຢ້ ຜູ້ອໍານວຍການໃຫຍ່ ທະນາຄານລາວ – ຝຣັ່ງ ຈໍາກັດ ແລະ ທ່ານ ນາງ ອໍາມອນ ຫຼວງລາດ ປະທານກຸ່ມກະສິກໍາອິນຊີ ບ້ານທົ່ງມັ່ງ, ມີຄະນະບໍລິຫານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ຜູ້ຕາງໜ້າຈາກທະນາຄານ ແຫ່ງ ສປປ ລາວ, ທະນາຄານລາວ – ຝຣັ່ງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.

LEAVE A REPLY

Please enter your comment!
Please enter your name here