5 ປະໂຫຍດດີໆ ຂອງໝາກພັບ ທີ່ອາດຈະເຮັດໃຫ້ທ່ານຢາກກິນຫຼາຍຂຶ້ນ

231

ໝາກພັບເປັນໝາກໄມ້ທີ່ມີທັ້ງລົດຊາດຫວານ ແລະ ຝາດ ຜູ້ບໍລິໂພກຈຶ່ງຕ້ອງມີເທັກນິກໃນການເລືອກ ຫຼື ອາດເລືອກຕາມສາຍພັນ ຫຼື ແຫຼ່ງຈຳໜ່າຍທີ່ໄວ້ໃຈໄດ້ ເພື່ອໃຫ້ໄດ້ລົດຊາດທີ່ພຶງພໍໃຈ ນອກຈາກເລື່ອງຂອງລົດຊາດທີ່ແຊບແລ້ວ ໝາກພັບ ກໍຍັງໃຫ້ຄຸນຄ່າທາງສານອາຫານສູງ.

ສານອາຫານໃນໝາກພັບ

ໝາກພັບ ເປັນໝາກໄມ້ທີ່ມີດີຫຼາຍກວ່າລົດຊາດທີ່ແຊບ ເພາະຈັດວ່າເປັນອີກໜຶ່ງໝາກໄມ້ທີ່ມີໄຟເບີສູງ ແລະ ໃຫ້ແຄລໍຣີ້ຕ່ຳ ຊຶ່ງເໝາະຢ່າງຍິ່ງສຳລັບຄົນຮັກສຸຂະພາບ ຫາກວ່າທ່ານຮັບປະທານໝາກພັບ 1 ໝ່ວຍ (ປະລິມານ 168 ກຣາມ) ທ່ານຈະໄດ້ຮັບຄຸນຄ່າທາງສານອາຫານທີ່ມີປະໂຫຍດຕໍ່ສຸຂະພາບ ດັ່ງນີ້:

ພະລັງງານ 118 ແຄລໍຣີ້, ຄາໂບໄຮເດຣດ 31 ກຣາມ, ໂປຣຕີນ 1 ກຣາມ, ໄຂມັນ 0,3 ກຣາມ ແລະ ໄຟເບີ 6 ກຣາມ.

ນອກຈາກນີ້ໝາກພັບຍັງໃຫ້ວິຕາມິນ ແລະ ແຮ່ທາດສຳຄັນ ທີ່ຊ່ວຍໃຫ້ສຸຂະພາບດີອີກຫຼາກຫຼາຍ ໄດ້ແກ່: ວິຕາມິນເອ, ວິຕາມິນຊີ, ວິຕາມິນອີ, ວິຕາມິນເຄ, ວິຕາມິນບີ1, ວິຕາມິນບີ6, ໂພແທສຊຽມ ແລະ ອື່ນໆ.

ປະໂຫຍດຂອງໝາກພັບແມ່ນມີສ່ວນຊ່ວຍກະຕຸ້ນການເຮັດວຽກຂອງລະບົບປະສາດ ແລະ ສະໝອງ ຊ່ວຍປ້ອງກັນພະຍາດມະເລັງລຳໃສ້ໃຫຍ່ ຫຼຸດຄວາມສ່ຽງຂອງພະຍາດກະດູກຜຸ່ຍ ພ້ອມມີຜົນດີຕໍ່ສາຍຕາ ແລະ ສຸຂະພາບຫົວໃຈ.

ຂໍ້ລະວັງໃນການຮັບປະທານໝາກພັບ

1 ຜູ້ຮັບປະທານຕ້ອງແນ່ໃຈວ່າຕົນເອງບໍ່ມີອາການແພ້ໝາກພັບ ເພາະຖ້າຫາກມີອາການແພ້ຮຸນແຮງອາດຈະເປັນອັນຕະລາຍຕໍ່ສຸຂະພາບ ຫຼື ເຖິງຂັ້ນເສຍຊີວິດໄດ້ ໃນກໍລະນີທີ່ມີອາການແພ້ຢ່າງຮຸນແຮງ.

2 ຖ້າຫາກມີອາການທາງສຸຂະພາບທີ່ກ່ຽວກັບຊ່ອງທ້ອງ ກະເພາະອາຫານ ຫຼື ມີການຜ່າຕັດທີ່ກ່ຽວເນື່ອງກັບຊ່ອງທ້ອງ ຫຼື ກະເພາະອາຫານ ຄວນຫຼີກລຽງການຮັບປະທານໝາກພັບໄປກ່ອນຈົນກວ່າຈະຫາຍດີ ເນື່ອງຈາກອາດສ່ຽງທີ່ຈະເກີດບັນຫາການອຸດຕັນໃນລຳໃສ້ໄດ້.