ເຂື່ອນໄຟຟ້ານ້ຳຮາວຈະໃຫ້ສຳເລັດ ພ້ອມຈຳໜ່າຍທ້າຍປີໜ້າ

389

ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ພ້ອມຄະນະໄດ້ສົມທົບກັບການນຳໃນແຂວງຫົວພັນລົງຢ້ຽມຢາມຕິດຕາມຊຸກຍູ້ໂຄງການກໍ່ສ້າງເຂືໍ່ອນໄຟຟ້ານ້ຳຮາວ, ຕັໍ້ງຢູ່ເມືອງສົບເບົາ ແຂວງຫົວພັນ; ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ຄໍາຜາຍ ສີລາຊາ, ປະທານ ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງຈໍາກັດຜູ້ດຽວ, ທັງເປັນປະທານ ບໍລິສັດ
ນ້ຳຮາວຈະເລີນພາວເວີ້ ຈໍາກັດ.


ໃນການລົງຢ້ຽມຢາມຄັໍ້ງນີໍ້, ທ່ານ ຄໍາຜາຍ ສີລາຊາ ໄດ້ລາຍງານຄວາມຄືບໜ້າ ຂອງໂຄງການວ່າ: ໂຄງການເຂືໍ່ອນໄຟຟ້ານ້ຳຮາວ ມີກໍາລັງການຜະລິດສູງສຸດແມ່ນໄດ້ 22 ເມກາວັດໃນລະດູຝົນ ແລະ ຕ່ຳສຸດແມ່ນ 9 ເມກາວັດ ໃນລະດູແລ້ງ, ມີມູນຄ່າການກໍ່ສ້າງທັງໜົດ 40 ກວ່າລ້ານ ໂດລາສະຫະລັດ ໂດຍການລົງທຶນຂອງບໍລິສັດ ນ້ຳຮາວຈະເລີນພາວເວີ້ ຈໍາກັດຜູ້ດຽວ 100%, ດ້ານການອອກແບບເຂືໍ່ອນແມ່ນ ບໍລິສັດເອນທູລ່າ.


ການກໍ່ສ້າງໂຄງການ ແມ່ນມີຂໍ້ສະດວກຫລາຍດ້ານເປັນຕົໍ້ນແມ່ນ: ໄດ້ຮັບການຮ່ວມມືບ້ານ, ເມືອງ, ແຂວງຫົວພັນ ແລະ ກະຊວງທີ່ກ່ຽວຂ້ອງ, ຈຶໍ່ງເຮັດໃຫ້ໂຄງການສໍາເລັດເປັນກ້າວໆມາ ແລະ ຄາດວ່າຈະໃຫ້ສໍາເລັດສົມບູນ ຕາມສັນຍາຊືໍ້-ຂາຍໄຟ ກັບໄຟຟ້າລາວ (COD) ໃນເດືອນ ສິງຫາ 2021 ທີ່ຈະມາເຖິງນີ້.


ພາຍຫລັງໄດ້ຮັບຟັງການລາຍງານ ຂອງບໍລິສັດແລ້ວ, ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດຂອງບໍລິສັດ ທີ່ໄດ້ເອົາໃຈໃສ່ກໍ່ສ້າງ ແລະທຸ້ມເທທຶນຮອນ ເຂົໍ້າໃສ່ໂຄງການ ໃຫ້ມີຜົນສໍາເລັດ ແລະ ໃຫ້ໄດ້ຈໍາໜ່າຍກະແສໄຟຟ້າ ສະຫນອງໃຫ້ແກ່ການຊົມໃຊ້ໃນຄົວເຮືອນ, ການຜະລິດກະສິກໍາ, ອຸດສາຫະກໍາ ພາຍໃນບັນດາເມືອງ ຂອງແຂວງຫົວພັນ ແລະ ເປັນການປະກອບສ່ວນເຂົໍ້າໃນການພັດທະນາ ແລະ ສ້າງສາປະເທດຊາດ ຂອງບໍລິສັດ.