ວິທີເຮັດ ເຂົ້າຕົ້ມປິ້ງ ຫອມໆ ມັນໆ

202

ມື້ນີ້ມາພົບກັບວິທີເຮັດເຂົ້າຕົ້ມປິ້ງໃສ້ກ້ວຍແຊບໆ ຫອມໆ ເຮັດບໍ່ຍາກ ວັດຖຸດິບກໍຫາງ່າຍ ເຮັດໄວ້ກິນຫຼິ້ນຢູ່ບ້ານແບບງ່າຍໆ ພ້ອມແລ້ວເຮົາໄປເຮັດກັນເລີຍ.

ວັດຖຸດິບ

ເຂົ້າສານໜຽວ 2 ຖ້ວຍຕວງ

ນ້ຳດື່ມສະອາດ 2 ¼ ຖ້ວຍຕວງ

ກະທິ 1 ຖ້ວຍຕວງ

ນ້ຳຕານຊາຍ ¾ ຖ້ວຍຕວງ

ເກືອ 1 ບ່ວງຊາ

ໃບເຕຍ 3 ໃບ

ກ້ວຍນ້ຳ 1 ຫວີ

ວິທີເຮັດເຂົ້າຕົ້ມປິ້ງ

1 ມູນເຂົ້າໜຽວ ໂດຍນຳເອົາເຂົ້າໜຽວໄປໝ່າໄວ້ 30 ນາທີ ແລ້ວນຳໄປນຶ້ງໃຫ້ສຸກເພື່ອກຽມໄວ້.

2 ຕັ້ງໝໍ້ຂ້ຽວນ້ຳກະທິ ໃສ່ນ້ຳຕານຊາຍ, ເກືອ ແລະ ໃບເຕຍ ຄົນໃຫ້ລະລາຍເຂົ້າກັນ.

3 ກະກຽມຫໍ່ ໂດຍນຳເອົາໃບຕອງໄປຂາງໄຟກຽມໄວ້ ຈາກນັ້ນ ປອກກ້ວຍ ແລະ ຜ່າເຄິ່ງເອົາໄວ້.

4 ຕັກເຂົ້າໜຽວມູນໃສ່ໃບຕອງ ຕາມດ້ວຍກ້ວຍຜ່າເຄິ່ງ ຈາກນັ້ນຫໍ່ໃຫ້ແໜ້ນດີແລ້ວເອົາໄມ້ຄັດໄວ້ທັ້ງສອງສົ້ນຂອງເຂົ້າຕົ້ມເພື່ອບໍ່ໃຫ້ມັນແຕກອອກ.

5 ແລ້ວເອົາເຂົ້າຕົ້ມທີ່ຫໍ່ແລ້ວໄປປິ້ງປະມານ 10 ນາທີ ທັ້ງສອງດ້ານເພື່ອໃຫ້ມີກິ່ນຫອມ ກໍສາມາດນຳມາຈັດເສີບ.