ເລື່ອງເສົ້າ! ພຽງສອງເດືອນມີຜູ້ເສຍຊີວີດ 100 ກວ່າຄົນຍ້ອນອຸບັດຕິເຫດ

369

ປັດຈຸບັນການສັນຈອນໃນນະຄອນຫຼວງວຽງຈັນແມ່ນເຫັນວ່າມີຈຳນວນຍານພາຫະນະເພີ່ມຂຶ້ນຫຼາຍ ເຊິ່ງສົ່ງຜົນໃຫ້ການເກີດອຸບັດຕິເຫດຕາມທ້ອງຖະໜົນເພີ່ມຂຶ້ນຕາມມາ ບວກກັບບັນດາາແຂວງອີກ ເຮັດໃຫ້ຕົວເລດການເກີດອຸບັດຕິເຫດສະສົມໃນສອງເດືອນຜ່ານມາມີຫຼາຍເຖິງ 1 ພັນກວ່າກໍລະນີ ພາກຊີວິດປະຊາຊົນໄປແລ້ວຫຼາຍກວ່າ 140 ຄົນ.

ກົມໃຫຍ່ຕໍາຫຼວດຈາລະຈອນ ກົມໃຫ່ຍຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຈ້ງໃຫ້ຮູ້ເມື່ອວັນທີ 3 ກັນຍາ 2020 ກ່ຽວກັບສະພາບອຸບັດຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນ ປະຈໍາເດືອນ ສິງຫາ 2020 ວ່າ: ໃນເດືອນສິງຫາ ມີຜູ້ເສຍ ຊີວິດທັງໝົດ 68 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນ 568 ຄັ້ງ, ຍ້ອນການດື່ມສິ່ງມຶນເມົາແລ້ວຂັບ ກໍຍັງເປັນບັນຫາຫຼັກທີ່ກໍ່ໃຫ້ເກີດອຸບັດຕິເຫດ ແລະ ຮອງລົງມາແມ່ນການຂັບຂີ່ໄວເກີນກໍານົດ.

ກົມໃຫຍ່ຕໍາຫຼວດຈາລະຈອນ ກົມໃຫຍ່ຕໍາຫຼວດແຈ້ງໃຫ້ຮູ້ຕື່ມອີກວ່າ: ຈາກຈໍານວນອຸບັດຕິເຫດທີ່ເກີດຂຶ້ນໄດ້ເຮັດໃຫ້ມີຜູ້ບາດເຈັບຫຼາຍກວ່າ 750 ຄົນ, ຊຶ່ງມີຜູ້ບາດເຈັບສາຫັດ 100 ກວ່າຄົນ, ສົມຄວນ 294 ຄົນ, ເລັກໜ້ອຍ 363 ຄົນ ນອກນັ້ນມີພາຫະນະເປ່ເພຫຼາຍກວ່າ 1.000 ຄັນ, ໃນນັ້ນໃຊ້ການບໍ່ໄດ້ 22 ຄັນ. ເຊິ່ງຖ້າທຽບໃສ່ໃນເດືອນກໍລະກົດທີ່ຜ່ານມາ ມີອຸບັດຕິເຫດເກີດຂຶ້ນທັງໝົດ 518 ຄັ້ງ ແລະ ມີຜູ້ເສຍຊີວິດ 75 ຄົນ.

ແນວໃດກໍ່ຕາມ ຢາກໃຫ້ພໍ່ແມ່ປະຊາຊົນທີ່ນຳໃຊ້ພາຫະນະຕາມທ້ອງຖະໜົນ ຄວນມີສະຕິລະວັງຕົວໃນການຂັບຂີ່ໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອປ້ອງກັນຕົນເອງຈາກເຫດການເຫຼົ່ານີ້ ໂດຍບໍ່ຄວນດື່ມສິ່ງມຶນເມົາແລ້ວຂັບ ແລະ ຜູ້ທີ່ຂັບຂີ່ລົດຈັກກໍຄວນໃສ່ໝວກກັນກະທົບເພື່ອປ້ອງກັນຈາກອຸບັດຕິເຫດທີ່ບໍ່ຄາດຄິດ.

ຂ່າວ: ວຽງຈັນທາຍ

ພາບ: ມູນນິທິຊ່ວຍເຫຼືອຄົນທຸຸກຍາກແຫ່ງປະເທດລາວ