ເງິນຕາຕ່າງປະເທດພິມຂຶ້ນເອງບໍ່ໄດ້

245

ເງິນຕາຕ່າງປະເທດພິມຂຶ້ນເອງບໍ່ໄດ້ ຖ້າບໍ່ພ້ອມກັນ ຊອກຫາເງິນຕາຕ່າງປະເທດເຂົ້າປະເທດ ມີແຕ່ຊອກຈ່າຍອອກ ເຮົາຈະເອົາມາຈາກໃສ?

ໃນຍາມທີ່ຫຍຸ້ງຍາກ ແນ່ນອນວ່າຫຼາຍຄົນ ອາດຈະຕ້ອງການຄວາມຊ່ວຍເຫຼືອ ແລະ ພະຍາຍາມຊອກຫາທຸກວິທີທາງເພື່ອຢາກຜ່ານພົ້ນຄວາມຫຍຸ້ງຍາກນັ້ນໄປໄດ້ ແລະ ຫຼາຍຄັ້ງໃນເວລາທີ່ລໍາບາກ ເຮົາຈະເຫັນສະພາບຄວາມເຫັນແຕ່ຜົນປະໂຫຍດສ່ວນຕົວເໜືອກວ່າສິ່ງອື່ນໃດ ເກີດຂຶ້ນ. ຖ້າທຸກຄົນຄິດເຫັນແຕ່ຜົນປະໂຫຍດສ່ວນຕົວ ແລ້ວສັງຄົມເຮົາ ບ້ານເມືອງເຮົາຈະເປັນແນວໃດ? ຖ້າແຕ່ລະຄົນບໍ່ມີຄວາມຮັບຜິດຊອບຕໍ່ສ່ວນລວມຮ່ວມກັນ ແຕ່ພັດຮຽກຮ້ອງຜົນປະໂຫຍດຈາກສ່ວນລວມ ມັນຖືກຕ້ອງແລ້ວບໍ່? ສະນັ້ນ, ກ່ອນທີ່ຮຽກຮ້ອງສິດຄວາມເປັນທໍາໃດໆ ຈຶ່ງຢາກໃຫ້ພວກເຮົາຮ່ວມກັນທົບທວນຄືນເບິ່ງວ່າ ໃນນາມເປັນພົນລະເມືອງຜູ້ໜຶ່ງໆ ໃນໄລຍະຜ່ານມາໄດ້ເຄື່ອນໄຫວສົມເປັນພົນລະເມືອງທີ່ດີຄົນໜຶ່ງແທ້ແລ້ວບໍ່?

1.ໄດ້ເຄື່ອນໄຫວດໍາເນີນທຸລະກິດຖືກຕ້ອງສອດຄ່ອງຕາມທີ່ລະບຽບກົດໝາຍກໍານົດແທ້ບໍ່?

2.ໄດ້ລາຍຮັບມາແລ້ວ ຕໍ່ກັບຈັນຍາບັນ ຄວາມຮັບຜິດຊອບຕໍ່ປະເທດຊາດນັ້ນຕົນເອງໄດ້ປະຕິບັດພັນທະແນວໃດແດ່, ໄດ້ຄົບຖ້ວນຕາມລະບຽບກົດໝາຍກຳນົດແລ້ວບໍ່?

3.ໃນເງື່ອນໄຂທີ່ປະເທດເຮົາເປັນປະເທດທີ່ມີການຂາດດຸນຊຳລະກັບຕ່າງປະເທດມາຢ່າງຕໍ່ເນື່ອງ ເປັນເວລາຍາວນານ, ເວລາທີ່ມີລາຍໄດ້ເປັນເງິນຕາຕ່າງປະເທດມາ ໄດ້ຄິດເຖິງຜົນປະໂຫຍດສ່ວນ ລວມ ຫຼາຍກວ່າຜົນປະໂຫຍດສ່ວນຕົວຫຼາຍຊໍ່າໃດ? ຖ້າມີແຕ່ຄິດຢາກໄດ້ ຍາມມີເງິນຕາຕ່າງ ປະເທດມາ ບໍ່ເອົາເຂົ້າທະນາຄານ ບໍ່ເອົາມາຂາຍໃຫ້ທະນາຄານ; ຍາມຕ້ອງການເງິນຕາຕ່າງປະເທດມາ ຊໍ້າພັດມາຮຽກຮ້ອງວ່າທະນາຄານຕ້ອງມີໃຫ້ ຈະໃຫ້ທະນາຄານເອົາມາຈາກໃສ? ເງິນຕາຕ່າງປະ ເທດບໍ່ແມ່ນສິ່ງທີ່ທະນາຄານຢູ່ລາວ ຈະພິມຜ່ານເຄື່ອງພິມໄດ້.

4.ອັດຕາແລກປ່ຽນເງິນຕາຢູ່ທະນາຄານ ຕໍ່າກວ່າອັດຕາແລກປ່ຽນເງິນຕາຢູ່ຕະຫຼາດມືດ ກໍຍ້ອນວ່າ ທະນາຄານຢາກຂາຍເງິນຕາຕ່າງປະເທດໃຫ້ມວນຊົນໄດ້ໃນອັດຕາທີ່ສົມເຫດສົມຜົນ ບໍ່ສູງເກີນໄປ. ເມື່ອອັດຕາຂາຍເງິນຕາຕ່າງປະເທດຕໍ່າກວ່າ, ເພື່ອໃຫ້ທະນາຄານສາມາດສືບຕໍ່ດໍາເນີນທຸລະກິດໄປໄດ້ ແນ່ນອນວ່າອັດຕາຊື້ເງິນຕາຕ່າງປະເທດກໍຕ້ອງຕໍ່າກວ່າ. ແຕ່ເວລາທີ່ເຫັນວ່າເອົາເງິນຕາຕ່າງປະເທດໄປແລກຢູ່ທະນາຄານໄດ້ໜ້ອຍກວ່າ ຄວາມເຫັນແກ່ໂຕ ຢາກໄດ້ຢາກມີຂອງຄົນຫຼາຍຄົນ ທີ່ສູງກວ່າຈັນຍາບັນ ສູງກວ່າສະຕິຊາດ ສູງກວ່າສະຕິເຄົາລົບຕໍ່ລະບຽບກົດໝາຍ ກໍຈະສ້າງປາກົດການໃຫ້ເອົາເງິນຕາຕ່າງປະເທດໄປເຄື່ອນໄຫວໃນຕະຫຼາດມືດ ໄປສ້າງຄວາມເຂັ້ມແຂງໃຫ້ຕະຫຼາດມືດ ໃນຂະນະທີ່ເງິນຕາຕ່າງປະເທດທີ່ທະນາຄານສາມາດເກັບຊື້ໄດ້ພັດນັບມື້ນັບຫຼຸດລົງ.

5.ເມື່ອມໍ່ໆມານີ້ ມີການລົງຂ່າວໃນສື່ອອນລາຍເລົ່າທຸກເລື່ອງຂອງ ນາງ ບົວ ບ້ານຊຽງດາ (ນາມສົມມຸດທີ່ອ້າງໄວ້) ຊ່ວຍຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງໄປເບິ່ງແຍງ; ຊຶ່ງພາກສ່ວນທີ່ຮັບຜິດຊອບໃນນາມທີ່ເປັນຜູ້ຄຸ້ມຄອງຮ້ານແລກປ່ຽນເງິນຕາ ທີ່ມີໃບທະບຽນອະນຸຍາດ ກໍໄດ້ປະສານກັບແຫຼ່ງຂ່າວດັ່ງກ່າວ ຕາມຄໍາຮຽກຮ້ອງ ເພື່ອກວດສອບຄວາມເປັນມາ ແຕ່ກໍຍັງບໍ່ສາມາດໄດ້ຮັບຂໍ້ມູນ ແລະ ຫຼັກຖານທີ່ເປັນປະໂຫຍດພຽງພໍ ເພື່ອຈະນໍາໄປສູ່ການແກ້ໄຂ,​ເຮັດໃຫ້ມີຄໍາຖາມວ່າໃນໄລຍະຜ່ານມາ ນາງ ບົວ ໄດ້ມີການເຄື່ອນໄຫວແນວໃດຕິດພັນກັບການແລກປ່ຽນເງິນຕາ? ແມ່ນ ນາງ ບົວ ເອງບໍທີ່ເປັນຜູ້ສົ່ງເສີມຕະຫຼາດມືດໃນໄລຍະຜ່ານມາ? ແຫຼ່ງເງິນຕາຕ່າງປະເທດທີ່ ນາງ ບົວ ມີໃນໄລຍະຜ່ານມາ ນາງ ບົວ ໄດ້ເອົາໄປຂາຍໃຫ້ໃຜ? ເວລາທີ່ ນາງ ບົວ ຂົນຂວາຍຢາກໄດ້ເງິນຕາຕ່າງປະເທດ ແມ່ນ ນາງ ບົວ ໄດ້ພິຈາລະນາເຖິງຄວາມຈໍາເປັນແທ້ໆແລ້ວບໍ່ ໃນເງື່ອນໄຂທີ່ລາຍຮັບເງິນຕາຕ່າງປະເທດຂອງປະເທດມີໜ້ອຍ ແຕ່ຄົນຢາກໄດ້ພັດມີຫຼາຍ ຖ້າທຸກຄົນເຫັນແກ່ໂຕຄຶດແຕ່ຢາກໄດ້ຄຶດແຕ່ຊອກຊື້ເພື່ອກັກຕຸນໄວ້ ໂກງກໍາໄລ ເອົາປຽບຄົນອື່ນ ແລ້ວພັດມາຮຽກຮ້ອງການເບິ່ງແຍງແມ່ນຖືກຕ້ອງແລ້ວບໍ່?.

ກ່ອນຈະຮຽກຮ້ອງວ່າປະເທດຊາດຕ້ອງເບິ່ງແຍງ ອົງກອນທີ່ຮັບຜິດຊອບຕ້ອງເບິ່ງແຍງ, ໃນນາມເປັນພົນລະເມືອງຄົນໜຶ່ງ ຕົນເອງໄດ້ເຮັດໜ້າທີ່ສົມເປັນພົນລະເມືອງທີ່ດີແທ້ແລ້ວບໍ່? ຖ້າເວົ້າເລື່ອງນໍ້າໃຈຊາດ ຄວາມຮັກຊາດ ເຫັນໄດ້ຈາກຕົວຢ່າງງ່າຍໆທີ່ສະແດງອອກຢູ່ຫຼາຍປະເທດ ໃນທົ່ວໂລກ ທີ່ບ້ານເພິ່ນເມືອງທ່ານມີນັກທ່ອງທ່ຽວແຂກຕ່າງດ້າວທ້າວຕ່າງແດນ ເຂົ້າໄປຢ້ຽມຢາມຈໍານວນຫຼວງຫຼາຍ ຖືເງິນສົດທີ່ເປັນເງິນຕ່າງປະເທດເຂົ້າໄປກໍບໍ່ໜ້ອຍ ແຕ່ເວລາໃຊ້ຈ່າຍຢູ່ບ້ານເຂົາເຈົ້ານັ້ນ ຖ້າຈະເອົາເງິນຕາຕ່າງປະເທດໃຫ້ເຂົາເຈົ້າ ເຂົາເຈົ້າກໍບໍ່ເອົາ ແມ່ນແຕ່ຮ້ານອາຫານ-ຮ້ານຂາຍເຄື່ອງນ້ອຍໆແຄມທາງ ເຖິງແມ່ນວ່າເງິນຕາຕ່າງປະເທດນັ້ນຈະມີຄ່າສູງກວ່າເງິນສະກຸນທ້ອງຖິ່ນຂອງເຂົາເຈົ້າຫຼາຍປານໃດກໍຕາມ; ເວລາເອົາເງິນຕາຕ່າງປະເທດໄປແລກປ່ຽນ ເຂົາເຈົ້າກໍພ້ອມກັນປະຕິບັດລະບຽບແລກປ່ຽນ ຕາມບ່ອນທີ່ລະບຽບກົດໝາຍກໍານົດໃຫ້ ແລ້ວພວກເຮົາເດ ພາກັນເຄື່ອນໄຫວແບບໃດ?.

ກຸຫຼາບສີທອງ