ວ້າວເກັ່ງ! ມີພຽງ 7 ຄົນທີ່ໄດ້ຮັບທຶນໄປຮຽນອັງກິດປີນີ້

251

ກ່ອນອື່ນຂໍສະແດງຄວາມຍິນດີກັບ 7 ຜູ້ໂຊກດີ ແລະມີຄວາມຕັ້ງໃຈສຶກສາຮ່ຳຮຽນຈົນສາມາດຄວ້າໂອກາດໄປຮຽນຢູ່ອັງກິດໄດ້ສຳເລັດ ໃນຂະນະທີ່ຫຼາຍໆຄົນພະຍາຍາມໄຄວ່ຄວ້າໂອກາດນັ້ນແຕ່ກ້າວໄປບໍ່ເຖິງ.

ທຸກວັນນີ້ເຫັນຫຼາຍຄົນມີຄວາມສົນໃຈຢາກຮູ້ຢາກໄດ້ທຶນໄປຮຽນຕໍ່ຕ່າງປະເທດ ແຕ່ຍັງຂາດຄວາມມຸ້ງໝັ້ນພະຍາຍາມບາງຄົນກໍ່ເສຍເງິນເສຍຄຳໄປຈ້າງນາຍໜ້າແຕ່ບໍ່ໄດ້ໄປຮຽນ ຫຼື ໄດ້ໄປແຕ່ຮຽນບໍ່ໄດ້ ຫຼາຍກໍລະນີ ແຕ່ກັບນັກສຶກສາ ທັງ 7 ຄົນ ທີ່ສາມາດສອບເສັງໄດ້ທຶນການສຶກສາ Chevening Scholarship ປະຈໍາປີ 2020-2021 ຈາກ ປະເທດອັງກິດນີ້ຕ້ອງຍິນດີນຳຫຼາຍໆ.

ໃນການສອບເສັງເອົາທຶນການສຶກສາ Chevening Scholarship ປະຈຳປີ 2020-2021 ນີ້ ແມ່ນມີຜູ້ສອບເສັງໄດ້ທັງໝົດ 1.500 ຄົນ ໃນທົ່ວໂລກ ໂດຍ ສປປ ລາວ ແມ່ນສາມາດສອບເສັງໄດ້ 7 ຄົນ ເຊິ່ງຫຼ້າສຸດ ໃນວັນທີ 27 ສິງຫາ 2020 ທີ່ຜ່ານມາ ທີ່ສະຖານທູດອັງກິດ ປະຈຳ ສປປ ລາວ ກໍໄດ້ມີການຈັດງານລ້ຽງສົ່ງນັກສຶກສາລາວທີ່ໄດ້ຮັບທຶນການສຶກສາດັ່ງກ່າວ.

ແນວໃດກໍ່ຕາມ ການທີ່ໄດ້ທຶນໄປຮຽນແມ່ນກ້າວທຳອິດຂອງໂອກາດເທົ່ານັ້ນ ຈາກນີ້ໄປຍັງຈະມີຫຼາຍຢ່າງຜ່ານເຂົ້າມາ ຜູ້ທີ່ໄດ້ຮັບທຶນໄດ້ໄປຮຽນເມື່ອໄປແລ້ວຍາກກວ່າຕອນທີ່ເສັງຊີງທຶນອີກ ສະນັ້ນ ຕ້ອງໄດ້ຕັດສິນໃຈ ແລະສູ້ຊົນແທ້ຈິ່ງຈະປະສົບຜົນສຳເລັດກັບມາພ້ອມໃບປະກາສະນີຍະບັດ!

ສຳລັບຄົນອື່ນໆທີ່ມີຄວາມສົນໃຈກໍ່ຍັງມີໂອກາດຢູ່ ປະຈຸບັນ ທຶນການສຶກສາ Chevening Scholarship ປະຈໍາສົກປີ 2021-2022 ກໍາລັງເປີດຮັບສະໝັກ. ທ່ານສາມາດ ເຂົ້າໄປອ່ານລາຍລະອຽດ ແລະ ສະໝັກ ໄດ້ທີ່ລິ້ງຂ້າງລຸ່ມນີ້:

http://www.chevening.org/scholarship/laos

ປິດຮັບສະໝັກ: 3 ພະຈິກ 2020