ໂດລາແຂງຄ່າ ສົ່ງຜົນລາຄານ້ຳມັນໃນຕະຫຼາດໂລກ ປັບລົງເກືອບ 3%

102

ສັນຍານ້ຳມັນດິບ ເວສເທັກຊັດ ງວດສົ່ງມອບເດືອນຕຸລາທີ່ຕະຫຼາດນິວຢອກ ສະຫະລັດອາເມຣິກາ ປິດທີ່ 41,51 ໂດລາສະຫະລັດຕໍ່ບາເຣລ ຫຼຸດລົງ 2,9%, ສ່ວນສັນຍານ້ຳມັນດິບ ເບຣນ ງວດສົ່ງມອບເດືອນພະຈິກປິດທີ່ 44,43 ໂດລາສະຫະລັດຕໍ່ບາເຣລ ຫຼຸດລົງ 2,5%.

ລາຄານ້ຳມັນໃນຕະຫຼາດໂລກຫຼຸດລົງເກືອບ 3% ຫຼັງຈາກທີ່ໄດ້ແຮງຍູ້ຈາກການແຂງຄ່າຂອງເງິນໂດລາສະຫະລັດ ເຖິງແມ່ນວ່າການເປີດເຜີຍຕົວເລກການສະຕ໊ອກນ້ຳມັນດິບຂອງສະຫະລັດຈະຫຼຸດລົງຫຼາຍກວ່າທີ່ຄາດການໄວ້ໃນອາທິດຜ່ານມາ ແຕ່ເງິນໂດລາແຂງຄ່າຂຶ້ນໄດ້ຫຼຸດຄວາມໜ້າດຶງດູດຂອງສັນຍາລາຄານ້ຳມັນລົງ.

ທັງນີ້, ສຳນັກງານພະລັງງານຂອງສະຫະລັດ ( EIA) ເປີດເຜີຍວ່າ: ສະຕ໊ອກນ້ຳມັນດິບຂອງສະຫະລັດຫຼຸດລົງ 9,4 ລ້ານບາເຣລເມື່ອອາທິດຜ່ານມາ ໂດຍຫຼຸດລົງເປັນອາທິດທີ 6 ຕິດຕໍ່ກັນ, ໃນຂະນະທີ່ນັກວິເຄາະຄາດການວ່າ ຈະຫຼຸດລົງພຽງ 1,2 ລ້ານບາເຣລ.