ທ່ານ ສຶກະ ພ້ອມສານຕໍ່ນະໂຍບາຍ ອາເບະ ຫາກໄດ້ເປັນນາຍົກຍີ່ປຸ່ນ

83

ທ່ານ ໂຢຊິຮິເດະ ສຶກະ ( Yoshihide Suga ) ຫົວໜ້າເລຂານຸການຂອງລັດຖະບານຍີ່ປຸ່ນ ຖະແຫຼງຂ່າວຕໍ່ສື່ມວນຊົນ ເມື່ອວັນທີ 2 ກັນຍາຜ່ານມາ ວ່າ: ລາວພ້ອມຈະລົງສະໝັກຊີງ ຕຳແໜ່ງຫົວໜ້າພັກແອລດີພີ ( LDP ) ເຊິ່ງເປັນພັກ-ລັດຖະບານຍີ່ປຸ່ນ ແລະ ຖ້າຫາກໄດ້ຮັບການຄັດເລືອກໃຫ້ເປັນນາຍົກລັດຖະມົນຕີກໍພ້ອມຈະວາງນະໂຍບາຍໃຫ້ທະນາຄານກາງຍີ່ປຸ່ນ ຜ່ອນຜັນມາດຕະການທາງການເງິນ ເພື່ອຮັກສາລະດັບການຈ້າງງານໄວ້, ໃນຂະນະທີ່ນະໂຍບາຍອາເບະໂນມິກ ກໍພ້ອມຈະສານຕໍ່.

ທ່ານ ສຶກະ ກ່າວອີກວ່າ: ຫາກລາວໄດ້ຮັບການຄັດເລືອກຈາກສະມາຊິກພັກໃຫ້ເປັນຫົວໜ້າພັກ ແອລດີພີ ໃນວັນທີ 14 ກັນຍານີ້ ລາວຈະສືບຕໍ່ນະໂຍບາຍກະຕຸ້ນເສດຖະກິດ ຫຼື ນະໂຍບາຍ ອາເບະໂນມິກ ທີ່ ທ່ານ ຊິນໂຊະ ອາເບະ ວາງໄວ້ຕໍ່ໄປ ເພື່ອດຶງເສດຖະກິດຍີ່ປຸ່ນໃຫ້ພົ້ນອອກຈາກສະພາບເງິນຝືດໃນຂະນະນີ້.

ທັງນີ້, ທ່ານ ສຶກະ ເປັນຜູ້ໜຶ່ງທີ່ຄາດວ່າຈະໄດ້ຮັບການຄັດເລືອກໃຫ້ເປັນຫົວໜ້າພັກ ແອວດີພີ ຄົນໃໝ່ ແລະ ຖ້າໄດ້ເປັນຫົວໜ້າພັກ ກໍມີໂອກາດທີ່ຈະໄດ້ຮັບການຄັດເລືອກໃຫ້ເປັນນາຍົກລັດຖະມົນຕີຍີ່ປຸ່ນຄົນຕໍ່ໄປ, ເນື່ອງຈາກວ່າພັກແອລດີພີ ຄອງສຽງສ່ວນຫຼາຍໃນສະພາຍີ່ປຸ່ນ.