ຍອດການສົ່ງອອກເຂົ້າ ກຳປູເຈຍ ເພີ່ມຂຶ້ນ 31%

191

ກະຊວງກະສິກຳ ກຳປູເຈຍ ເປີດເຜີຍວ່າ: ໃນໄລຍະ 8 ເດືອນຂອງປີ 2020 ກຳປູເຈຍ ສົ່ງອອກເຂົ້າທັງທົດ 448.203 ໂຕນ ເພີ່ມຂຶ້ນເຖິງ 31% ທຽບກັບໄລຍະດຽວກັນຂອງປີຜ່ານມາ. ຈີນ ຍັງຄົງເປັນຜູ້ນຳເຂົ້າເຂົ້າລາຍໃຫຍ່ສຸດຂອງກຳປູເຈຍ ໂດຍສົ່ງອອກໄປ ຈີນ 159.253 ໂຕນ ໃນລະຫວ່າງເດືອນມັງກອນ – ເດືອນສິງຫາປີນີ້ ເພີ່ມຂຶ້ນ 19,8% ທຽບກັບໄລຍະດຽວກັນຂອງປີຜ່ານມາ.


ນອກຈາກນີ້, ກຳປູເຈຍ ຍັງສົ່ງອອກເຂົ້າໄປຕະຫຼາດເອີຣົບ ໃນໄລຍະ 8 ເດືອນຂອງປີນີ້ ຢູ່ທີ່ 149.848 ໂຕນ ເພີ່ມຂຶ້ນ 24,8% ແລະ ສົ່ງອອກໄປຕະຫຼາດອາຊຽນ 60.933 ໂຕນ ເພີ່ມຂຶ້ນ 42% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ.


ຫົວໜ້າກົມກະສິກຳ ກຳປູເຈຍ ກ່າວວ່າ: ການແຜ່ລະບາດຂອງພະຍາດໂຄວິດ – 1 9 ເປັນປັດໄຈທີ່ເຮັດໃຫ້ ຄວາມຕ້ອງການເຂົ້າຈາກກຳປູເຈຍເພີ່ມຂຶ້ນ ແລະ ຄາດຄະເນວ່າການສົ່ງອອກເຂົ້າ ຂອງກຳປູເຈຍ ໄປຍັງຕະຫຼາດຕ່າງປະເທດໃນປີນີ້ ຈະເພີ່ມຂຶ້ນຈຸລະດັບ 800.000 ໂຕນ.