ເຊັນສັນຍາ ແລ້ວ ບໍລິສັດ ສະຕາ ຟີນເທັກ ກັບ ບໍລິສັດ ເອັນຊີຊີ ຮ່ວມມື ຊໍາລະຄ່າບໍລິການຜ່ານ u-money

281

ໃນຕອນເຊົ້າ ວັນທີ 03 ເດືອນກັນຍາ 2020, ທີ່ ສໍານັກງານໃຫຍ່ ບໍລິສັດ ສະຕາ ໂທລະຄົມ ໄດ້ມີການຈັດພິທີລົງນາມເຊັນສັນຍາ ວ່າດ້ວຍ ການຮ່ວມມື ຊໍາລະຄ່າບໍລິການຜ່ານ u-money ລະຫວ່າງ ບໍລິສັດ ສະຕາ ຟີນເທັກ ຈຳກັດຜູ້ດຽວ ແລະ ບໍລິສັດ ເອັນຊີຊີ ຈຳກັດຜູ້ດຽວ ເຊິ່ງການເຊັນບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ ຕາງໜ້າລົງນາມ ໂດຍ ທ່ານ ບົວວຽງ ຈໍາປາພັນ ປະທານ ບໍລິສັດ ເອັນຊີຊີ ຈຳກັດຜູ້ດຽວ ແລະ ທ່ານ ເຈີ່ນ ມີງ ດຶກ ຮອງອຳນວຍການ ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ.

ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ລີວແມ້ງຮ່າ ຜູ້ອໍານວຍການ ບໍລິສັດ ສະຕາ ຟີນເທັກ ພ້ອມດ້ວຍ ຄະນະຜູ້ບໍລິຫານ, ຄະນະພະແນກ, ຄະນະສູນບໍລິສັດ ສະຕາ ຟີນເທັກ, ບໍລິສັດ ສະຕາ ໂທລະຄົມ ແລະ ບໍລິສັດ ເອັນຊີຊີ ຈໍາກັດຜູ້ດຽວ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ.

ຈຸດປະສົງໃນການເຊັນສັນຍາ ຄັ້ງນີ້ເພື່ອເພີ່ມຊ່ອງທາງການຊຳລະຄ່າບໍລິການຕ່າງໆຂອງທາງບໍລິສັດ ເອັນຊີຊີ ຈຳກັດ ຜ່ານກະເປົາເງິນ ອີເລັກໂຕຼນິກ u-money ເຊິ່ງຈະສ້າງຄວາມສະດວກສະບາຍໃນການຊຳລະໃຫ້ກັບລູກຄ້າ u-money ກໍ່ຄືລູກຄ້າຂອງ ບໍລິສັດ ເອັນຊີຊີ ຈຳກັດ ໃນການຊຳລະ ເຊິ່ງກັນແລະ ກັນ.

ໃນໄລຍະຜ່ານມາ ບໍລິສັດ ສະຕາ ຟີນເທັກ ຈໍາກັດ ຜູ້ດຽວ ໄດ້ເຊັນສັນຍາຮ່ວມມືກັບບັນດາທະນາຄານໃຫຍ່ໆເພື່ອເຊື່ອມຕໍ່ການບໍລິການເຂົ້າຫາທະນາຄານ ເຊັ່ນ: ທະນາຄານ ຫຸ້ນສ່ວນການຄ້າທະຫານ – ສາຂາລາວ, ທະນາຄານ ຮ່ວມພັດທະນາ ລາວ – ຫວຽດ, ທະນາຄານ ມາຣູຮານ ເຈແປນ ລາວ, ທະນາຄານ ຮ່ວມພັດທະນາ, ທະນາຄານ ເອຊີລີດາ ລາວ ຈໍາກັດ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ.

ບໍລິສັດ ສະຕາ ຟີນເທັກ ຈຳກັດຜູ້ດຽວ ພາຍໃຕ້ເຄື່ອງໝາຍການຄ້າ ຢູມັນນີ (u – money), ເປັນບໍລິສັດໃນເຄືອຂອງ ບໍລິສັດ ສະຕາ ໂທລະຄົມ ເຊິ່ງໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ໃນການສະໜອງບໍລິການດ້ານກະເປົາເງິນ ອີເລັກໂຕຼນິກ ຢ່າງເປັນທາງການຕັ້ງແຕ່ ປີ 2019, ເຊິ່ງການໃຫ້ບໍລິການດັ່ງກ່າວນີ້ ຈະເພີ່ມຄວາມສະດວກໃຫ້ແກ່ລູກຄ້າ ປະຊາຊົນທົ່ວໄປ ທີ່ອາໄສຢູ່ທຸກຂົງເຂດ ທົົ່ວປະເທດລາວ ສາມາດເຂົ້າເຖິງທະນາຄານແບບ ດີຈິຕອນ ໄດ້ຢ່າງງ່າຍດາຍທີ່ສຸດ.

ການຮ່ວມມືໃນຄັ້ງນີ້ຖືເປັນອີກໜຶ່ງຍຸດທະສາດໃນການພັດທະນາຂອງ ບໍລິສັດ ສະຕາ ຟິນເທັກ ຈຳກັດ ແລະ ບໍລິສັດ ເອັນຊີຊີ ຈຳກັດຜູ້ດຽວ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ທັງສອງຝ່າຍຍັງຈະສືບຕໍ່ຄົ້ນຄວ້າການຮ່ວມມືອື່ນໆ ທີ່ເປັນປະໂຫຍດໃນອະນາຄົດ.