ເຄິ່ງປີພາສີແຂວງ ຫົວພັນ ເກັບລາຍຮັບໄດ້ 15,27 ຕື້ກວ່າກີບ

143

ການຈັດເກັບລາຍຮັບໃນ 6 ເດືອນຕົ້ນປີ 2020 ກອງກວດກາພາສີປະຈໍາແຂວງຫົວພັນ ສາມາດຈັດເກັບລາຍຮັບໄດ້ທັງໝົດ 15,27 ຕື້ກວ່າກີບ ເທົ່າກັບ 58,98% ຂອງແຜນຕົ້ນປີ ຫຼື ເທົ່າກັບ 44,93% ຂອງແຜນດັດແກ້.
ຄະນະຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ກະຊວງການເງິນໄດ້ເຄື່ອນໄຫວວຽກງານຊຸກຍູ້, ຕິດຕາມ – ກວດກາການຈັດຕັ້ງປະຕິບັດວຽກງານວິຊາສະເພາະຢູ່ກອງກວດກາພາສີປະຈໍາແຂວງຫົວພັນ ໂດຍການນໍາພາຂອງ ທ່ານ ຈອມສະຫວັນ ວົງໄຊ ຫົວໜ້າຂະແໜງກວດກາ ແລະ ສືບສວນ, ພະແນກສືບສວນສອບສວນ ແລະ ປາບປາມການລັກລອບໜີພາສີ ກະຊວງການເງິນ, ທ່ານ ແສງປະເສີດ ແພງຍະລາດ ວິຊາການກົມພາສີ, ມີຫົວໜ້າກອງກວດກາພາສີປະຈໍາແຂວງ, ຫົວໜ້າດ່ານພາສີສາກົນ, ດ່ານປະເພນີ ແລະ ດ່ານທ້ອງຖິ່ນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ປີ 2020 ກອງກວດກາພາສີປະຈໍາແຂວງຫົວພັນ ໄດ້ຮັບຕົວເລກມອບໝາຍໃນການຈັດເກັບລາຍຮັບເຂົ້າງົບປະມານ ຈໍານວນ 25,90 ຕື້ກີບ, ດັດແກ້ 34 ຕື້ກວ່າກີບ. ໃນນັ້ນ, ກອງກວດກາພາສີ ຈໍານວນ 600 ລ້ານກີບ, ດັດແກ້ເປັນ 1,1 ຕື້ກີບ; ດ່ານພາສີສາກົນນໍ້າໂສຍ 22,5 ຕື້ກີບ, ດັດແກ້ 30,3 ຕື້ກີບ; ດ່ານພາສີທ້ອງຖິ່ນບ້ານດ່ານ 750 ລ້ານກີບ; ດ່ານພາສີທ້ອງຖິ່ນສົມຫວັງ 1 ຕື້ກີບ; ດ່ານພາສີທ້ອງຖິ່ນປ່າຮາງ 850 ລ້ານກີບ ( ບໍ່ມີການດັດແກ້ ).

ຜ່ານການຈັດຕັ້ງປະຕິບັດການຈັດເກັບລາຍຮັບໃນ 6 ເດືອນຕົ້ນປີ 2020 ສາມາດຈັດເກັບລາຍຮັບໄດ້ທັງໝົດ 15,27 ຕື້ກວ່າກີບ ເທົ່າກັບ 58,98% ຂອງແຜນຕົ້ນປີ ຫຼື ເທົ່າກັບ 44,93% ຂອງແຜນດັດແກ້. ສະນັ້ນ, ເພື່ອໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນການທີ່ກໍານົດ ຈຶ່ງໄດ້ວາງມາດຕະການຈັດຕັ້ງປະຕິບັດສູ້ຊົນຈັດເກັບລາຍຮັບໃນທ້າຍປີ 2020 ໂດຍໃຫ້ສືບຕໍ່ກໍານົດລາຄາແຈ້ງພາສີຂອງສິນຄ້າທີ່ມີຄວາມສ່ຽງ ເປັນຕົ້ນ: ແມ່ນຊຸກຍູ້ໃຫ້ນັກທຸລະກິດ, ຜູ້ປະກອບການແຈ້ງລາຄາສິນຄ້າ, ແຫຼ່ງກໍາເນີດໃຫ້ຖືກຕ້ອງຄົບຖ້ວນທາງດ້ານຈໍານວນ ເພື່ອເປັນບ່ອນອີງໃນການຄິດໄລ່ເສຍພາສີ – ອາກອນ.

ຄຽງຄູ່ກັນນັ້ນ, ກໍເພີ່ມທະວີການກວດກາຫີບຫໍ່ແຕ່ລະປະເພດຢ່າງເຂັ້ມງວດ; ປະສານສົມທົບກັບຂະແໜງສ່ວຍສາອາກອນຂະແໜງການກ່ຽວຂ້ອງລົງກວດກາສາງເກັບນໍ້າມັນເຊື້ອໄຟຂອງບັນດາໂຄງການ; ບໍລິສັດນໍ້າມັນເຊື້ອໄຟຕ່າງໆ ແລະ ສາງສິນຄ້າຂອງບໍລິສັດທີ່ດໍາເນີນທຸລະກິດນໍາເຂົ້າ – ສົ່ງອອກຢູ່ພາຍໃນແຂວງຫົວພັນ; ເອົາໃຈໃສ່ຄຸ້ມຄອງຕິດຕາມກວດກາການນໍາເຂົ້າສິນຄ້າຢູ່ຕາມດ່ານປະເພນີ ແລະ ດ່ານທ້ອງຖິ່ນໃຫ້ສອດຄ່ອງກັບລະບຽບກົດໝາຍ; ປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນໃນການກວດກາ; ການປາບປາມການລັກລອບສິນຄ້າໜີພາສີລຽບຕາມຊາຍແດນໃຫ້ຫຼຸດລົງເທື່ອລະກ້າວ; ຕິດຕາມກວດກາບັນດາເຄື່ອງທີ່ນໍາເຂົ້າມາຮັບໃຊ້ໂຄງການລົງທຶນ; ໂຄງການຊ່ວຍເຫຼືອລ້າທີ່ໄດ້ຮັບນະໂຍບາຍຍົກເວັ້ນພາສີ – ອາກອນ ເປັນຕົ້ນແມ່ນວັດຖຸອຸປະກອນ, ພາຫະນະ ແລະ ນໍ້າມັນເຊື້ອໄຟໃຫ້ນໍາໃຊ້ຖືກເປົ້າໝາຍ; ສືບຕໍ່ໂຄສະນາເຜີຍແຜ່ອອກແຈ້ງການໃຫ້ທົ່ວເຖິງກ່ຽວກັບການຄອບຄອງ, ນໍາໃຊ້ພາຫະນະທີ່ລັກລອບນໍາເຂົ້າໜີພາສີ ແລະ ອື່ນໆ.