ວິຕາມິນໃນຜັກ ແລະ ໝາກໄມ້ຊ່ວຍຕ້ານເຊື້ອພະຍາດ

257

ການກິນຜັກ ແລະ ໝາກໄມ້ໃຫ້ໄດ້ສັດສ່ວນ 400 ກຣາມຕໍ່ມື້ ເຮັດໃຫ້ຮ່າງກາຍໄດ້ຮັບທາດວິຕາມິນທີ່ພຽງພໍ ເປັນການຊ່ວຍກະຕຸ້ນລະບົບພູມຄຸ້ມກັນໃຫ້ເຮັດວຽກດີຂຶ້ນ ເພື່ອຕໍ່ສູ້ກັບເຊື້ອພະຍາດ ແລະ ເຊື້ອໄວຣັດຕ່າງໆ ໂດຍສະເພາະໃນພາວະເຊື້ອພະຍາດລະບາດ ການກະກຽມສຸຂະພາບຮ່າງກາຍໃຫ້ພ້ອມກໍຊ່ວຍລົດໂອກາດສ່ຽງລົງໄດ້ບໍ່ຫຼາຍກະນ້ອຍ.

ໃນພາວະທີ່ໂລກເຮົາເຕັມໄປດ້ວຍ ມົນລະພິດ ແລະ ເຊື້ອພະຍາດຕ່າງໆ ທີ່ກຳລັງລະບາດ ການກະກຽມຮ່າງກາຍເຮົາໃຫ້ພ້ອມຈຶ່ງເປັນທາງເລືອກໜຶ່ງ ທີ່ຊ່ວຍຫຼຸດການສ່ຽງຕໍ່ການເຈັບປ່ວຍດ້ວຍພະຍາດຕ່າງໆ ເຮັດໃຫ້ປັບພຶດຕິກຳການນອນ ເພິ່ມການອອກກຳລັງທາງກາຍ ແລະ ເລືອກກິນອາຫານທີ່ອຸດົມດ້ວຍວິຕາມິນ,ແຮ່ທາດ ໂດຍສະເພາະຜັກ ແລະ ໝາກໄມ້ ຊຶ່ງທາງອົງການອາຫານການກະສີກຳແຫ່ງສະຫະປະຊາຊາດ ແລະ ອົງການອະນາໄມໂລກ (WHO) ໄດ້ແນະນຳວ່າຄວນກິນຜັກ ແລະ ໝາກໄມ້ເປັນປະຈຳ ສະລັບສັບປ່ຽນຊະນິດໃຫ້ໄດ້ຢ່າງໜ້ອຍ 400 ກຣາມ ຕໍ່ຄົນຕໍ່ມື້ ເນື່ອງຈາກທາດວິຕາມິນໃນໝາກໄມ້ຫຼາຍສີເລົ່ານັ້ນຈັດຢູ່ໃນກຸ່ມສານທີ່ຊ່ວຍຕ້ານການເກີດ ອະນຸມູນອິດສະຫຼະ ແລະ ຊ່ວຍເສີມສ້າງຄວາມແຂງແຮງໃຫ້ກັບລະບົບພູມຄຸ້ມກັນທີ່ມີຕາມທຳມະຊາດຂອງເຮົາ ໃຫ້ເຮັດວຽກໄດ້ຢ່າງມີປະສິດທິພາບ.

ແນະນຳໃຫ້ກິນຜັກ ແລະ ໝາກໄມ້ໃຫ້ໄດ້ຕາມສ່ວນທີ່ອົງການອະນາໄມໂລກແນະນຳຄືປະມານ 400 ກຣາມ ຕໍ່ຄົນຕໍ່ມື້

-ແບ່ງເປັນຜັກມື້ລະ 6 ຈອງຕັກເຂົ້າ ( ຜັກທີ່ປຸງສຸກ ຈະມີນ້ຳໜັກສະເລ່ຍປະມານ 50 ກຣາມ/1 ຈອງຕັກເຂົ້າ )

-ໝາກໄມ້ 2-3 ສ່ວນ/ມື້ ( ໝາກໄມ້ 1 ສ່ວນຈະມີນ້ຳໜັກປະມານ 80-100 ກຣາມ )

ເລືອກກິນຜັກທີ່ມີໃຍອາຫານ ສູງ, ກາງ, ຕ່ຳ ແລະ ເລືອກໝາກໄມ້ທີ່ມີປະລິມານທາດນ້ຳຕານທີ່ເໝາະສົມກັບພາວະສຸຂະພາບຂອງໂຕເຮົາເອງ ສະລັບມຸນວຽນຊະນິດຜັກ ແລະ ໝາກໄມ້ ໃຫ້ລາກຫຼາຍ ຫຼື ຫາກບໍ່ມີເວລາ ຫຼື ແຕ່ງກິນບໍ່ເປັນ ການກິນນ້ຳຜັກ ແລະ ໝາກໄມ້ປັ່ນ ຫຼື ເສີມດ້ວຍການດື່ມນ້ຳຜັກ ແລະ ໝາກໄມ້ 100% ກໍເປັນທາງເລືອກໜຶ່ງທີ່ສະດວກ ແລະ ງ່າຍຫຼາຍຂຶ້ນ.