ໜ້າຫ່ວງ! 8 ເດືອນ ອັດຕະປື ມີຜູ້ບາດເຈັບຈາກອຸບັດເຫດເຖິງ 200 ກວ່າຄົນ

257

ເວົ້າເຖິງເລື່ອງອຸບັດເຫດ ມັນເປັນສິ່ງທີ່ຄາດເດົາບໍ່ໄດ້ ແລະ ບໍ່ມີໃຜປາຖະໜາຫາ ແຕ່ທັງນີ້ທັງນັ້ນ ຄໍາວ່າອຸບັດເຫດ ມັນເກີດຂຶ້ນໄດ້ຕະຫຼອດເວລາ ດັ່ງນັ້ນ ສິ່ງທີ່ເຮັດໄດ້ແມ່ນຕ້ອງລະມັດລະວັງໃນການໃຊ້ຊີວິດ ໂດຍສະເພາະແມ່ນການໃຊ້ລົດໃຊ້ຖະໜົນ.

ອີງຕາມການລາຍງານຂອງທ່ານ ຮອ ບົວໄລ ປານຄຳ ຫົວໜ້າກອງຄະດີອຸປະຕິເຫດ ປກສ ແຂວງ ອັດຕະປື ໃຫ້ຮູ້ໃນວັນທີ 1 ກັນຍາ 2020ນີ້ວ່າ: ໃນໄລຍະ 8 ເດືອນ ຂອງປີ 2020 ຢູ່ແຂວງອັດຕະປືມີອຸບັດເຫດເກີດຂື້ນທັງໝົດ 116 ຄັ້ງ, ຖ້າທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 22ຄັ້ງ ແຕ່ເສຍຊີວິດເພີ່ມຂຶ້ນ 6 ຄົນ, ພາຫະນະເປ່ເພທັງໝົດ 204 ຄັນ, ມີຄົນໄດ້ຮັບບາດເຈັບ ທັງໝົດ 216 ຄົນ ໃນນີ້ບາດເຈັບເລັກນ້ອຍ 91 ຄົນ ບາດເຈັບສົມຄວນ 86 ຄົນ ບາດເຈັບສາຫັດ 10 ຄົນ ແລະ ເສຍຊີວິດ 29 ຄົນ, ຍິງ 2 ຄົນ ລວມມູນຄ່າເສຍຫາຍ 2,3 ຕື້ກວ່າກີບ.

ໃນນີ້ ເມືອງໄຊເສດຖາ ມີອຸບັດເຫດເກີດຂຶ້ນຫຼາຍກວ່າໝູ່ ສາເຫດ ກໍ່ຍ້ອນນັກຂັບຂີ່ບໍ່ປະຕິບັດກົດລະບຽບຈາລະຈອນ ໂດຍສະເພາະ ແມ່ນເກີດຈາກການດື່ມສິ່ງມືນເມົາ ແລ້ວຂັບຂີ່ ແລະ ສະພາບເຕັກນິກຂອງລົດ ບໍ່ຄົບຖ້ວນ, ບໍ່ມີໄຟຕາລົດ, ໄຟລ້ຽວ ແລະ ບັນດາເບກ ໃນເວລາສັນຈອນ.

ທ່ານ ຮອ ບົວໄລ ປານຄຳ ໃຫ້ຮູ້ຕື່ມອີກວ່າ: ໃນໄລຍະຜ່ານມາ ພະແນກຈາລະຈອນ ໄດ້ມີການເຄື່ອນໄຫວສະກັດກັ້ນ ສະພາບອຸບັດເຫດ ເທິງທ້ອງຖະໜົນດ້ວຍຫຼາຍວິທີ ເປັນຕົ້ນແມ່ນ ລົງເຮັດວຽກໂຄສະນາຕາມສຳນັກງານອົງການ,ໂຮງຮຽນ ແລະ ສະຖານທີ່ຊຸມຊົນ, ທັງຈັດສັນລະບຽບການສັນຈອນຕາມທ້ອງຖະໜົນຫຼວງ ແລະ ກວດກາຕາມປ້ອມດ່ານ ພ້ອມທັງເຮັດວຽກສຶກສາອົບຮົມກ່າວເຕືອນ ຜູ້ຂັບຂີ່ລົດໄວ, ໃຊ້ສຽງດັງ, ການຂີ່ລົດເປັນພຶງເປັນແພທີ່ສ່ຽງຕໍ່ການເກີດອຸປະຕິເຫດ ແລະ ບຸກຄົນທີ່ດື່ມສິ່ງມຶນເມົາ.

ພ້ອມທັງໃຊ້ມາດຕະການກັກ ຢຶດຍານພາຫະນະ ເພື່ອປັບໃໝ ຕາມສະຖານໜັກ,ເບົາ ພ້ອມທ່ານ ກໍ່ໄດ້ຮຽກຮ້ອງມາຍັງ ບັນດາຜູ້ຂັບຂີ່ ແລະ ນຳໃຊ້ຍານພາຫະນະທຸກປະເພດ ໃນທ້ອງຖະໜົນ ຕ້ອງເອົາໃຈໃສ່ປະຕິບັດກົດລະບຽບຈໍລະຈອນ ວາງອອກຢ່າງເຂັ້ມງວດ ເພື່ອປາສະຈາກ ຫຼີກລ້ຽງຈາກການສ່ຽງຕໍ່ການເກີດອຸປະຕິເຫດ.

ຂໍ້ມູນຈາກ: Media Laos