ເຟສບຸ໊ກຂູ່ ຈະຢຸດບໍລິການຂ່າວຢູ່ອົສຕຣາລີ ຫາກບັງຄັບຈ່າຍເງິນຄ່າຂ່າວ

129
WASHINGTON, DC - APRIL 10: Facebook co-founder, Chairman and CEO Mark Zuckerberg testifies before a combined Senate Judiciary and Commerce committee hearing in the Hart Senate Office Building on Capitol Hill April 10, 2018 in Washington, DC. Zuckerberg, 33, was called to testify after it was reported that 87 million Facebook users had their personal information harvested by Cambridge Analytica, a British political consulting firm linked to the Trump campaign. (Photo by Chip Somodevilla/Getty Images)

ສຳນັກຂ່າວຣອຍເຕີ ລາຍງານເມື່ອວັນທີ 1 ກັນຍາໃຫ້ຮູ້ວ່າ: ເຟສບຸ໊ກປະກາດຈະຢຸດບໍລິການເນື້ອໃນຂ່າວຢູ່ປະເທດອົສຕຣາລີ ເທິງແພຼັດຟອມຂອງເຟສບຸ໊ກ ຫາກກົດໝາຍໃໝ່ບັງຄັບໃຫ້ ເຟສບຸ໊ກຕ້ອງຈ່າຍເງິນໃຫ້ກັບສື່ໃນອົສຕຣາລີ ເພື່ອເປັນຄ່າຕອບແທນທີ່ໃຊ້ເນື້ອໃນຂ່າວຂອງສື່ເຫຼົ່ານັ້ນ ເຊິ່ງອົສຕຣາລີຈະກາຍເປັນປະເທດທຳອິດທີ່ສື່ສັງຄົມອອນລາຍຢ່າງເຟສບຸ໊ກ ແລະ ກູເກິລ ຕ້ອງຈ່າຍເງິນໃຫ້ແກ່ສື່ທ້ອງຖິ່ນທີ່ເອົາເນື້ອໃນຂ່າວໄປລົງໃນເຟສບຸ໊ກ ແລະ ກູເກິລ.

ທັງນີ້, ເຟສບຸ໊ກມີແຜນຈະປິດກັ້ນການແບ່ງປັນຂ່າວສຳລັບບັນຊີຜູ້ໃຊ້ເຟສບຸ໊ກຊາວອົສຕຣາລີ ຫຼາຍກວ່າທີ່ຈະຈ່າຍເງິນຄ່າລິຂະສິດຂອງຂ່າວ ໂດຍ ທ່ານ ວີລ ອິສຕັນ ຜູ້ອຳນວຍການເຟສບຸ໊ກໃນອົສຕຣາລີ ກ່າວວ່າ: ຫາກຂໍ້ສະເໜີດັ່ງກ່າວກາຍເປັນກົດໝາຍ ເຟສບຸ໊ກຈຳເປັນຕ້ອງຢຸດໃຫ້ສື່ ແລະ ຜູ້ຄົນໃນອົສຕຣາລີແບ່ງປັນຂ່າວ ທັງຂ່າວທ້ອງຖິ່ນ ແລະ ຂ່າວຕ່າງປະເທດໃນ ເຟສບຸ໊ກ ແລະ ອິນສະຕາແກຣມ ພ້ອມລະບຸວ່ານີ້ບໍ່ແມ່ນທາງເລືອກທຳອິດ ແຕ່ເປັນທາງເລືອກສຸດທ້າຍຂອງເຟສບຸ໊ກທີ່ຈະປົກປ້ອງຜົນຮັບທີ່ຈະຕາມມາ ຫາກບໍ່ເຮັດຕາມລະບົບອາດສ້າງຄວາມເສຍຫາຍແກ່ເຟສ ບຸ໊ກໄດ້.